×

من خلق الكون؟ ومن خلقني؟ (لاو)

إعداد:

ໃຜແມ່ນຜູ້ສ້າງຈັກວານນີ້? ແລ້ວໃຜແມ່ນຜູ້ສ້າງຕົວຂ້ອຍ? ແລ້ວເປັນຫຍັງຈຶ່ງສ້າງ?

ຂ້ອຍມີວິທີຊິວິດຖືກຕ້ອງແລ້ວລະບໍ່?

ແມ່ນໃຜສ້າງໂລກ ແລະ ຈັກກະວານ ຮ່ວມເຖິງສັບພະສິ່ງຈຳນວນຫລວງຫລາຍມະຫາສານນີ້?

ແມ່ນໃຜສ້າງລະບົບອັນຊັບຊ້ອນ ແລະ ລະອຽດອ່ອນໃນທຳມະຊາດຂອງຊັ້ນຟ້າແລະແຜ່ນດິນ?

ໃຜຄືຜູ້ສ້າງມະນຸດເຮັດໃຫ້ມະນຸດມີປະສາດສຳພັດ ໄດ້ຍິນ ແນມເຫັນ ມີສະມອງປັນຍາທີ່ຮັບຮູ້ ແລະ ເຂົ້າເຖິງຄວາມຈິງ?

ໃຜຄືຜູ້ສັ່ງສ້າງລະບົບອະໄວຍະວະອັນຊັບຊ້ອນໃນຮ່າງກາຍຂອງເຮົາ ໃຫ້ມະນຸດນັ້ນມີຮູບສົງທີ່ສົມສ່ວນ ແລະ ງົດງາມ?

ຈົ່ງຄິດໄຕ່ຕອງສິ່ງທີ່ມີຊີວິດຮອບຕົວເບິ່ງ ສັບພະສັດຫມວດຫມູ່ ສະປີຊິ (ກຸ່ມສິ່ງທີີມີຊີວິດ) ຢ່າງຫລວງຫລາຍເຫລົ່ານີ້ໃຜແມ່ນຜູ້ສ້າງ ?

ຈັກກະວານໃບນີ້ດຳລົງຢູ່ເປັນລະບົບລະບຽບພາຍໃຕ້ກົດເກນທຳມະຊາດອັນຊັບຊ້ອນຢ່າງທີ່ສຸດນັບພັນລ້ານປີໄດ້ແນວໃດ ?

ໃຜຄືຜູ້ສ້າງລະບົບທຳມະຊາດ ຊີວິດ ຄວາມຕາຍ ການສືບພັນ ກາງເວັນແລະກາງຄືນ ການປ່ຽນລະດູການ? ທຳມະຊາດສ້າງຕົວເອງຂຶ້ນມາໄດ້ບໍ່?

ຫຼືທຳມະຊາດກໍກຳເນີດຂື້ນມາເອງຈາກຄວາມບໍ່ມີຫຼືມີຄວາມບັງເອີນເປັນສາເຫດການກຳເນີດເກີດຂື້ນ ?ອັລລໍຫ໌ ໄດ້ກ່າວວ່າ:﴿أَمْ خُلِقُوا مِنْ غَيْرِ شَيْءٍ أَمْ هُمُ الْخَالِقُونَ (٣٥) ຫຼືພວກເຂົາໄດ້ກຳເນີດໂດຍບໍ່ມີຜູ້ສ້າງ ? ຫຼືພວກເຂົາສ້າງກັນເອງ ?أَمْ خَلَقُوا السَّمَاوَاتِ وَالْأَرْضَ بَلْ لَا يُوقِنُونَ﴾ ພວກເຂົາສ້າງຟ້າ ແລະ ໂລກ ? ຖ້າຫາກພວກເຂົາບໍ່ແນ່ໃຈ(ອັດຕູຣ : 35-36)

ເມື່ອເຮົາຮັບຮູ້ວ່າເຮົາບໍ່ສາມາດສ້າງຕົວເອງໄດ້ ແລະ ເປັນໄປບໍ່ໄດ້ທີ່ເຮົາຈະເກີດຈາກຄວາມບໍ່ມີ ຫຼື ຈາກຄວາມບັງເອີນ ເຮົາຈຶ່ງເຫລືອຕົວເລືອກດຽວຄືການເຊື່ອວ່າເບື້ອງຫລັງຈັກກະວານ ແລະ ທຳມະຊາດນີ້ຕ້ອງມີຜູ້ສ້າງ

ມະນຸດຈະເຊື່ອສິ່ງທີ່ແນມບໍ່ເຫັນໄດ້ແນວໃດ໋ ເຊັ່ນຄວາມຮູ້ ປັນຍາ ວິນຍານ ຄວາມຮູ້ສຶກ ຄວາມຮັກ ບໍ່ແມ່ນເພາະມະນຸດສຳພັດເຖິງຜົນການກະທຳຂອງມັນໄດ້ບໍ່? ແລ້ວເຮົາຈະປະຕິເສດພະເຈົ້າຜູ້ສ້າງຈັກກະວານອັນຍິ່ງໃຫຍ່ນີ້ໄດ້ແນວໃດ ທັ້ງທີ່ເຮົາກໍແນມເຫັນແລະສຳພັດເຫັນເຖິງຜົນງານການສ້າງ ແລະ ຕາມເມດຕາຂອງພຣະອົງໃນທຸກມຸມຂອງຈັກກະວານ !?

ຈົນຮອດການສ້າງບ້ານ ຜູ້ມີປັນຍາຍັງບໍ່ອາດຍອມຮັບໄດ້ວ່າມີໂດຍຫາກຂາດຜູ້ສ້າງ ຫຼືເຊື່ອວ່າຄວາມບໍ່ມີກໍບໍ່ສາມາດເກີດເຮືອນຫລັງນີ້ ແລ້ວເຮົາຈະເຊື່ອໄດ້ແນວໃດວ່າຈັກກະວານອັນຍິ່ງໃຫຍ່ມະຫາສານນີ້ມີໂດຍຂາດຜູ້ສ້າງ? ຜູ້ມີປັນຍາຈະເຊື່ອໄດ້ແນວໃດວ່າລະບຽບອັນຊັບຊ້ອນລະອຽດອ່ອນນີ້ເກີດຂື້ນຢ່າງບັງເອີນ ?

ຈາກເຫດການທັ້ງຫມົດນີ້ມີຄຳຕອບດຽວພຽງເທົ່ານັ້ນ ກໍ່ຄືຈັກກະວານນີ້ຕ້ອງມີຜູ້ສ້າງຜູ້ທີ່ຍິ່ງໃຫຍ່ ຜູ້ສົງມີຄວາມສາມາດ ເປັນຜູ້ບໍລິຫານຈັດການທຸກສິ່ງ ພຣະອົງຄືຜູ້ດຽວທີ່ສົມຄວນໄດ້ຮັບການບູຊາເຄົາລົບນັບຖື ແລະ ບໍ່ສົມຄວນໄດ້ຮັບການນັບຖືສິ່ງອື່ນອີກ

ພຣະເຈົ້າຜູ້ສ້າງຜູ້ຍິ່ງໃຫຍ່

ດັ່ງນັ້ນພຣະເຈົ້າຜູ້ສ້າງຈຶ່ງຕ້ອງມີຫນື່ງດຽວເທົ່ານັ້ນ ເປັນຜູ້ປົກຄອງ ເປັນຜູ້ບໍລິຫານຈັດການ ເປັນຜູ້ປະທານປັດໄຈຊີບ ຜູ້ໃຫ້ເປັນ ແລະ ຕາຍ ຄືຜູ້ສົ່ງສ້າງໂລກໃຫ້ເຫມາະສົມກັບການດຳລົງຊີວິດ ຜູ້ສ້າງຟາກຟ້າ ແລະ ເອກະພາບ ແລະ ທຳມະຊາດອັນນ່າອັດສະຈັນ ເຮັດໃຫ້ມີດວງອາທິດ ດວງເດືອນ ກາງເວັນ ແລະ ກາງຄືນ ຢ່າງມີລະບົບລະບຽບອັນຊັບຊ້ອນທີ່ເປັນຫລັກຖານເຖິງຄວາມຍິ່ງໃຫຍ່ຂອງພຣະອົງ.

ພຣະອົງຄືຜູ້ສ້າງອາກາດໃຫ້ເຮົາ ເຮົາບໍ່ສາມາດມີຊີວິດຢູ່ໄດ້ໂດຍບໍ່ມີອາກາດ ພຣະເຈົ້າສົ່ງຝົນມາ ແລະ ສ້າງແມ່ນ້ຳ ທ້ອງທະເລ ພຣະອົງຄືຜູ້ປະທານສິ່ງບໍລິໂພກ ສົ່ງຮັກສາເຮົາໃນຂະນະທີ່ເຮົາເປັນເດັກນ້ອຍອ່ອນແອບໍ່ມີເຫື່ອແຮງຢູ່ໃນທ້ອງແມ່ "ມານດາ"ພຣະອົງຄືຜູ້ຫມູນວຽນລະບົບເລືອດໃນຮ່າງກາຍເຮົາຕັ້ງແຕ່ເກີດຢັນມື້ຕາຍ.

ພຣະອົງຜູ້ສ້າງຜູ້ປະສົງປະທານປັດໄຈນີ້ຄື ອັລລໍຫ໌ ຜູ້ຊົງສູງສົງ

ພຣະອົງອັລລໍຫ໌ຕຣັດວ່າ:﴿إِنَّ رَبَّكُمُ اللَّهُ الَّذِي خَلَقَ السَّمَاوَاتِ وَالْأَرْضَ فِي سِتَّةِ أَيَّامٍ ثُمَّ اسْتَوَى عَلَى الْعَرْشِ يُغْشِي اللَّيْلَ النَّهَارَ يَطْلُبُهُ حَثِيثًا وَالشَّمْسَ وَالْقَمَرَ وَالنُّجُومَ مُسَخَّرَاتٍ بِأَمْرِهِ أَلَا لَهُ الْخَلْقُ وَالْأَمْرُ تَبَارَكَ اللَّهُ رَبُّ الْعَالَمِينَ﴾ (ພຣະເຈົ້າຂອງພວກທ່ານຄືອັລລໍຫ໌ ຜູ້ສົງສ້າງຟ້າແລະໂລກໃນ 6 ມື້ ຈາກນັ້ນສົງຢູ່ໃນບັນລັງຫ໌ ສົງໃຫ້ກາງຄືນຄວບຄຸມກາງເວັນໃນສະພາບທີ່ກາງຄືນທີ່ໄລ່ຕາມກາງເວັນໂດຍວ່ອງໄວ ແລະ ສົງສ້າງດວງຕາເວັນ ແລະ ດວງເດືອນ ແລະ ດວງດາວ ແລະ ບັນດາດວງດາວຂື້ນໂດຍຖືກກຳຫນົດໃຫ້ເຮັດຫນ້າທີ່ຕາມພຣະບັນຊາຂອງພຣະອົງ ຈົ່ງຮູ້ຈະແຈ້ງວ່າ ການສ້າງ ແລະ ກິດຈະການທັ້ງຫລາຍນັ້ນເປັນສິດທິຂອງພຣະອົງເທົ່ານັ້ນ ມະຫາບໍລິສຸດ ອັລລໍຫ໌ຜູ້ເປັນພຣະເຈົ້າແຫ່ງສາກົນໂລກ)(ອັລອະຣອຟ 45)

ພຣະອົງຄືພຣະເຈົ້າຜູ້ສ້າງທຸກສິ່ງທີ່ແນມເຫັນ ແລະ ແນມບໍ່ເຫັນໃນຈັກກະວານ ສະນັ້ນທຸກສິ່ງນອກເຫນືອຈາກພຣະອົງຍ້ອມເປັນຜົນງານການສ້າງຂອງພຣະອົງ ພຣະອົງຄືຜູ້ສົມຄວນໄດ້ຮັບການບູຊາເຄົາລົບນັບຖືພຽງແຕ່ຜູ້ດຽວ ບໍ່ອາດມີຜູ້ອື່ນທຽບຄຽງໄດ້ທຸກມີຕິ ທັ້ງດ້ານອຳນາດ ການສ້າງ ການບໍລິຫານ ການເຄົາລົບພັກດີ.

ແມ້ພຽງແຕ່ສົມມຸດໃຫ້ມີພຣະເຈົ້າອົງອື່ນຄຽງຄູ່ ຈັກກະວານກໍ່ຕ້ອງພັງພິນາດ ເພາະພຣະເຈົ້າ 2 ອົງບໍ່ສາມາດຈັກການດູແລທຳມະຊາດໄດ້ພ້ອມກັນໃນເວລາດຽວກັນ, ພຣະອົງອັລລໍຫ໌ກ່າວວ່າ:{لَوْ كَانَ فِيهِمَا آلِهَةٌ إِلَّا اللَّهُ لَفَسَدَتَا} (ອັລລໍຫ໌ ໄດ້ກ່າວວ່າ"ຫາກໃນຟາກຟ້າ ແລະ ແຜ່ນດິນມີພຣະເຈົ້າອື່ນນອກຈາກ ອັລລໍຫ໌ ມັນກໍ່ຕ້ອງພັງພິນາດ)ອັລ-ອຳບິຍາ: 22

ຄຸນລັກສະນະຂອງພຣະເຈົ້າຜູ້ສ້າງອັລລໍຫ໌

ຊົງມີພຣະນາມຢ່າງຫລວງຫລາຍອັນເປັນທີ່ງົດງາມ ແລະ ສົງມີຄຸນລັກສະນະອັນສູງສົງສົມບູນແບບຫລາຍ ຄານານັບໄດ້ເຊັ່ນ : "ອັລຄໍລິກ" ສົງເປັນຜູ້ສ້າງ (ຄຳວ່າ " ອັລລໍຫ໌ " ຫມາຍເຖິງຜູ້ສົງສິດໄດ້ຮັບການນັບຖືພຽງຜູ້ດຽວ ໂດຍບໍ່ມີຜູ້ອື່ນທຽບຄຽງ)"ອັລຮັຍ" ຜູ້ສົງເປັນ"ອັລກອຍຍູມ" ຜູ້ສົງບໍລິຫານ"ອັລກາຣີມ" ຜູ້ສົງເມດຕາ"ອັລຣໍຊິກ" ຜູ້ສົງປະທານປັດໄຈ"ອັລກະຣີມ"ຜູ້ສົງໃຈບຸນ

ພຣະອົງອັລລໍຫ໌ກ່າວໄວ້ໃນອັລກຸຣອານວ່າ:﴿اللَّهُ لا إِلَهَ إِلَّا هُوَ الْحَيُّ الْقَيُّومُ لا تَأْخُذُهُ سِنَةٌ وَلا نَوْمٌ لَهُ مَا فِي السَّمَوَاتِ وَمَا فِي الأَرْضِ مَنْ ذَا الَّذِي يَشْفَعُ عِنْدَهُ إِلَّا بِإِذْنِهِ يَعْلَمُ مَا بَيْنَ أَيْدِيهِمْ وَمَا خَلْفَهُمْ وَلا يُحِيطُونَ بِشَيْءٍ مِنْ عِلْمِهِ إِلَّا بِمَا شَاءَ وَسِعَ كُرْسِيُّهُ السَّمَوَاتِ وَالأَرْضَ وَلا يَئُودُهُ حِفْظُهُمَا وَهُوَ الْعَلِيُّ الْعَظِيمُ﴾ " ອັລລໍຫ໌ ຄືຜູ້ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ ຜູ້ສົງເປັນ ຜູ້ສົງບໍລິຫານ ຄວາມເງົານອນ ແລະ ການຫາວນອນ ບໍ່ສາມາດຄວບງຳພຣະອົງທຸກສິ່ງໃນຊັ້ນຟ້າ ແລະ ແຜ່ນດິນເປັນຂອງພຣະອົງ ຜູ້ໃດເດ້ຈະຊ່ວຍເຫລືອຕໍ່ຫນ້າພຣະອົງຍົກເວັ້ນແຕ່ດ້ວຍອະນຸຍາດຈາກພຣະອົງ ພຣະອົງຢູ່ທັ້ງເບື້ອງຫນ້າ ແລະ ເບື້ອງຫລັງ ບໍ່ມີຜູ້ໃດຮອບຮູ້ຍົກເວັ້ນພຣະອົງຈະສົງປະສົງ ບັນລັງຂອງພຣະອົງສົງກວ້າງຄວບຄຸມທັ້ງຟ້າ ແລະ ແຜ່ນດິນ ໂດຍບໍ່ຕ້ອງອິດເມືີ່ອຍໃນການຮັກສາເບິ່ງແຍງໃດໆເລີຍ ພຣະອົງຄືຜູ້ສົງສູງສົງ ແລະ ຍິ່ງໃຫຍ່"(ສູເຣາະຫ໌ ອັລ-ບະກໍເຣາະຫ໌:255)

ອັລລໍຫ໌ ໄດ້ກ່າວຕຶ່ມອີກວ່າ:﴿قُلْ هُوَ اللَّهُ أَحَدٌ (١) ຈົ່ງກ່າວ (ມຸຮຳມັດ) ພຣະເຈົ້ານັ້ນມີອົງດຽວاللَّهُ الصَّمَدُ (٢) ພຣະເຈົ້າແມ່ນທີ່ພຶ່ງຂອງທຸກສິ່ງلَمْ يَلِدْ وَلَمْ يُولَدْ (٣) ພຣະເຈົ້າບໍ່ແມ່ນພໍ່ ແລະ ບໍ່ແມ່ນລູກໃຜوَلَمْ يَكُنْ لَهُ كُفُوًا أَحَدٌ﴾ ໃຜ ບໍ່ມີສິ່ງໃດຄືກັບພຣະເຈົ້າ(ອັລ-ອິກລາສ 1-4)

ພຣະເຈົ້າຊົງສົມບູນແບບທີ່ສຸດ

ຄຸນລັກສະນະຂອງພຣະເຈົ້າຄືເປັນຜູ້ໄດ້ຮັບການບູຊານັບຖື ສັບພະສິ່ງອຶ່ນທັ້ງຫມົດນອກຈາກພຣະອົງລ້ວນເປັນສິ່ງທີ່ສົງສ້າງເປັນສິ່ງທີ່ຖືກບັງຄັບໃຫ້ດຳເນີນໄປຕາມການບໍລິຫານ ແລະ ຄຳບັນຊາໃຊ້ຂອງພຣະອົງ

ຄຸນລັກສະນະອື່ນໆ ຂອງພຣະອົງ ເຊັ່ນ : " ອັລຮັຍ " " ອັລກອຍຍູມ " ແປວ່າ ສົງເປັນຢູ່ ສົງບໍລິຫານຈັດການ ເພາະທຸກສິ່ງມີຊິວິດລ້ວນມີອັລລໍຫ໌ເປັນຜູ້ສ້າງຈາກຄວາມບໍ່ມີ ຈາກນັ້ນພຣະອົງໄດ້ສົງປະທານປັດໄຈ ແລະ ຄຸ້ມຄອງເບິ່ງແຍງ ດັ່ງນັ້ນພຣະເຈົ້າຈຶ່ງເປັນ ບໍ່ຕາຍບໍ່ດັບສູນສົງເບິ່ງແຍງບໍ່ຫາວນອນ ບໍ່ຫລັບນອນ.

ຈາກໜຶ່ງຄຸນລັກສະນະ"ອັລອະລີມ" ແປວ່າຜູ້ຮອບຮູ້ ບໍ່ມີສິ່ງໃດໃນຈັກກະວານຈະຫລົບຫລິ້ກຈາກພຣະອົງໄດ້

" ອັສສະເມັຍອ໌ " "ອັລບະສີດ " ແປວ່າ ຜູ້ສົງໄດ້ຍິນ ຜູ້ສົງເຫັນສົງໄດ້ຍິນທຸກສິ່ງ ແນມເຫັນເບິ່ງເຫັນທຸກຢ່າງ ສົງຮັບຮູ້ແມ້ແຕ່ສຽງເວົ້າໃຈຈິດໃຈ ແລະ ຄວາມລັບຂອງແຕ່ລະຄົນ.

" ອັລເກາະດີຣ " ແປວ່າຜູ້ສົງຄວາມສາມາດ ບໍ່ມີສິ່ງໃດສາມາດເຮັດໄດ້ ແລະ ບໍ່ມີສິ່ງໃດຫັກຫ້າມພຣະປະສົງຄວາມຕ້ອງການຂອງພຣະອົງໄດ້ ສົງເຮັດຕາມຈຸດປະສົງຄວາມປາດຖະນາ ແລ້ວຖ້າຈະບໍ່ເຮັດກໍ່ບໍ່ປະສົງ ເພາະພຣະເຈົ້າມີປັນຍາທີ່ຮອບຮູ້ທີ່ສຸດ.

" ອັລຄໍລິກ " ແປວ່າຜູ້ສົງສ້າງ" ອັລຣໍຊິກ " ແປວ່າ ຜູ້ສົງສ້າງປັດໄຈ " ອັລມຸດັບບິຣ " ແປວ່າຜູ້ບໍລິຫານເບິ່ງແຍງ ເພາະແມ່ນຜູ້ສົງສ້າງຈັກກະວານໃຫ້ຢູ່ພາຍໃຕ້ອຳນາດຂອງພຣະອົງ.

ອີກຄຸນລັກສະນະຂອງພຣະອົງຄືພຣະອົງຈະຕອບຮັບຄຳຂໍຂອງບຸກຄົນຍາມລຳບາກຄັບຂັນ ຈະຊ່ວຍເຫລືຜູ້ເດືອດຮ້ອນ ປັດເປົ່າທຸກໄພ ທຸກສັບພະສິ່ງເມື່ອເກີດພາວະວິກິດທຸກລຳບາກຕ້ອງຍ່ອມພຶ່ງພາຫາພຣະອົງໂດຍອັດຕະໂນມັດ.

ການໄດ້ຮັບຄວາມນັບຖືບູຊາເຄົາລົບກາບໄຫວ້ ຍ່ອມເປັນສິດທິຂອງອັລລໍຫ໌ພຽງຜູ້ດຽວ ດັ່ງນັ້ນສິ່ງສັກສິດອື່ນຈຶ່ງລົ້ມເລວບໍ່ເປັນຈິ່ງ ບໍ່ສົມບູນແບບ ແລະ ຍ່ອມດັບສູນສະລາຍໃນມື້ໃດມື້ຫນື່ງ.

ອັລລໍຫ໌ ໄດ້ປະທານປັນຍາໃຫ້ມະນຸດຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະອົງ ໃຫ້ມະນຸດມີສັນຊາດຕະຍານຮັກຄວາມດີ ຊັງຄວາມຊົ່ວ ຮູ້ສະຫງົບເມື່ອເຂົ້າຫາພຣະເຈົ້າ ທຳມະຊາດຂອງມະນຸດນີ້ເປັນຫລັກຖານເຖິິງຄວາມສົມບູນແບບຂອງພຣະເຈົ້າ ພຣະເຈົ້ານັ້ນບໍ່ອາດຂາດຄວາມສົມບູນແບບນີ້ໄດ້.

ບໍ່ເປັນສິ່ງທີ່ບໍ່ເຫມາະສົມເລີຍທີ່ຄົນມີສະຕິປັນຍາເຫດຜົນ ຈະບູຊາສິ່ງໃດນອກຈາກສິ່ງນັ້ນຈະສົມບູນແບບ ດ້ວຍເຫດນີ້ລາວຈະບູຊາສິ່ງທີ່ມີຊີວິດທີ່ບໍ່ສົມບູນແບບເຊັ່ນກັບໂຕລາວ ຫຼື ດ້ອຍຄ່າກວ່າໂຕລາວໄດ້ແນວໃດ.

ເທບພຣະເຈົ້າບໍ່ສາມາດຈະປຽບທຽບເຫມືອນດັງມະນຸດ ຮູບປັ່ນ ກົກໄມ້ ຫຼື ສັດ ໄດ້!

ບັນລັງກ໌ຂອງພຣະເຈົ້າຢູ່ເໜືອຊັ້ນຟ້າແລະຫ້ວງອາວະກາດ ພຣະເຈົ້າມີອຳນາດເໜືອບັນລັງກ໌ ແລະ ບໍ່ຄືສັບພະສິ່ງທີ່ພຣະອົງໄດ້ສ້າງ ຕົວຕົນຂອງພຣະອົງບໍ່ມີສິ່ງທີ່ຖືກໄດ້ສ້າງ ແລະສິ່ງທີ່ຖືກສ້າງກໍບໍ່ມີສ່ວນໃດເປັນຕົວຕົນຂອງພຣະເຈົ້າ ພຣະອົງຈະບໍ່ມີສິງ ຫຼື ສະຖິດຕົນຢູ່ໃນສິ່ງໃດເດັດຂາດ.

ບໍ່ມີສິ່ງໃດສະເໝີຄືກັບພຣະເຈົ້າ ພຣະເຈົ້ານັ້ນໄດ້ຍິນທຸກສິ່ງແລະເຫັນທຸກຢ່າງ ບໍ່ມີໃຜເລີຍທີ່ຄືກັບພຣະເຈົ້າ ພຣະເຈົ້ານັ້ນບໍ່ຕ້ອງການສິ່ງໃດຈາກໃຜຫຍັງທັ້ງໝົດ ພຣະອົງບໍ່ຕ້ອງການນອນ ບໍ່ດື່ມບໍ່ກິນອາຫານ ພຣະອົງຍິ່ງໃຫຍ່ແລະເປັນໄປບໍ່ໄດ້ທີ່ພຣະເຈົ້າຈະມີເມຍຫຼືມີລູກ ເພາະພຣະເຈົ້າຜູ້ສ້າງຕ້ອງມີຄຸນລັກສະນະທີ່ສົມບູນແບບ ບໍ່ສາມາດມີຂໍ້ຜິດພາດ ຫຼື ມີຄວາມຕ້ອງການສິ່ງໃດອື່ນອີກ.

ອັລລໍຫ໌ ໄດ້ກ່າວວ່າ :﴿يَا أَيُّهَا النَّاسُ ضُرِبَ مَثَلٌ فَاسْتَمِعُوا لَهُ إِنَّ الَّذِينَ تَدْعُونَ مِنْ دُونِ اللَّهِ لَنْ يَخْلُقُوا ذُبَابًا وَلَوِ اجْتَمَعُوا لَهُ وَإِنْ يَسْلُبْهُمُ الذُّبَابُ شَيْئًا لَا يَسْتَنْقِذُوهُ مِنْهُ ضَعُفَ الطَّالِبُ وَالْمَطْلُوبُ (٧٣) ມະນຸດຊາດທັ້ງຫລາຍ ! ຕົວຢ່າງໄດ້ຮັບການບອກກ່າວ ຈົ່ງຟັງມັນເຖີດ ສິ່ງສັກສິດທີ່ພວກທ່ານບູຊາອື່ນນອກເຫນືອ ອັລລໍຫ໌ ມັນບໍ່ສາມາດສ້າງໄດ້ແມ້ແຕ່ຮອດແມ້ງວັນ ເຖິງແມ່ນວ່າພວກມັນຈະຮ່ວມຕົວກັນມາຊ່ວຍກັນສ້າງກໍ່ຕາມ ຫາກແມງວັນຈະຕອມເອົາເຄື່ອງຫອມໃດເທິ່ງຮູບທີ່ເຄົານົບເຫຼົ່ານັ້ນໄປ ມັນກໍ່ບໍ່ສາມາດຮຽກຮ້ອງຄືນມາໄດ້ ອ່ອນແອແທ້ທັ້ງຜູ້ບູຊາ ແລະ ຜູ້ຖືກບູຊາ (73)مَا قَدَرُوا اللَّهَ حَقَّ قَدْرِهِ إِنَّ اللَّهَ لَقَوِيٌّ عَزِيزٌ﴾ ພວກເຂົາເຈົ້າບໍ່ໄດ້ໃຫ້ກຽດອັລລໍຫ໌ຢ່າງເຫມາະສົມກັບອຳນາດຂອງພຣະອົງ ແທ້ຈິງອັລລໍຫ໌ຄືຜູ້ສົງພະລັງ ສົງອຳນາດ)(ອັລ-ຮັຈ: 73-74)

ເປັນຫຍັງ ອັລລໍຫ໌ ຈຶ່ງສ້າງຈັກກະວານໃບນີ້ຂື້ນມາ ? ພຣະອົງຕ້ອງການສິ່ງໃດຈາກພວກເຮົາ ?

ເປັນໄປບໍ່ໄດ້ທີ່ພຣະອົງຈະສ້າງສັບພະສິ່ງຫລວງຫລາຍນີ້ໂດຍບໍ່ມີຈຸດປະສົງ ຫຼື ສ້າງມາຫລີ້ນໆ ເພາະ ຊົງເປັນຜູ້ສົງປັນຍາ ຜູ້ຮອບຮູ້

ເປັນໄປບໍ່ໄດ້ທີ່ຈະສ້າງທຳມະຊາດອັນຊັບຊ້ອນນີ້ຂື້ນມາໂດຍບໍ່ມີວັດຖຸປະສົງຫຼືສ້າງມະນຸດມາໂດຍບໍ່ມີຄຳຕອບວ່າ" ເປັນຫຍັງເຮົາຈຶ່ງຢູ່ບ່ອນນີ້" " ຈະເກີດຫຍັງຂື້ນຫລັງຈາກຄວາມຕາຍ"" ສ້າງເຮົາມາເຮັດຫຍັງ ?"

ເປັນໄປບໍ່ໄດ້ທີ່ຄົນຊົ່ວຈະບໍ່ຖືກລົງໂທດ ຄົນດີບໍ່ໄດ້ດີ?

ອັລລໍຫ໌ ໄດ້ກ່າວວ່າ :﴿أَفَحَسِبْتُمْ أَنَّمَا خَلَقْنَاكُمْ عَبَثًا وَأَنَّكُمْ إِلَيْنَا لَا تُرْجَعُونَ﴾ (ພວກທ່ານຄິດວ່າເຮົາສ້າງພວກທ່ານມາຫລິ້ນໆ ໂດຍພວກທ່ານຈະບໍ່ກັບຄືນມາສູ່ເຮົາບໍ່ )(ອັລ-ມຸມິນ:115)

ແລ້ວຕາມຈິງອັລລໍຫ໌ສົ່ງທູດເປັນບັນດາສາດສະດາທູດມາສອນໃຫ່ເຮົາຮູ້ເຖິງວັດຖຸປະສົງຂອງການມີຢູ່ຂອງເຮົາ ສອນວິທີບູຊາກາບໄຫວ້ພຣະອົງ ສອນໃຫ້ເຮົາຮູ້ວ່າພຣະອົງຕ້ອງການຫຍັງຈາກເຮົາ ເຮົາຈະສ້າງຄວາມພໍໃຈໃຫ້ພຣະອົງໄດ້ແນວໃດ ສອນໃຫ້ເຮົາຮູ້ວ່າມີຫຍັງຄ່ອຍຖ້າເຮົາຫລັງຈາກຄວາມຕາຍ?

ອັລລໍຫ໌ສົງສົ່ງບັນດາສາດສະດາທູດມາສອນເຮົາວ່າພຣະອົງຄືຜູ້ດຽວເທົ່ານັ້ນທີ່ສົມຄວນໄດ້ຮັບການບູຊາກາບໄຫວ້ນັບຖື ສອນໃຫ້ເຮົາຮູ້ຈັກວິທີການບູຊາກາບໄຫວ້ພຣະອົງ ສອນໃຫ້ເຮົາຮູ້ກົດລະບຽບຄຳສັ່ງຫ້າມຄຳສັ່ງໃຊ້ຂອງພຣະອົງ ສອນໃຫ້ເຮົາຮູ້ຈັກມາລະຍາດ ແລະ ສິລະທຳອັນດີງາມທີ່ຈະເຮັດໃຫ້ຊິວິດຂອງເຮົາດີມີສິຣິມຸງຄຸນ.

ອັລລໍຫ໌ສົ່ງສາດສະດາມາຫລວງຫລາຍເຊັ່ນ : ໂນອາ (ນົວະຫ໌ ),ອັບຮາມ ( ອິບຣໍຮີມ), ໂມເຂ (ມູຊາ) ,ພຣະເຍຊູ (ອີຊາ) ແລະ ຍັງສົງໃຫ້ສາດສະດາຫລາຍທ່ານມີອຳນາດການກະທຳອັນນ່າອັດສະຈັນມາພິສູດຄຳເວົ້າວ່າເປັນທູດຜູ້ຖືກສົ່ງມາຈາກພຣະເຈົ້າແທ້ຈິງ ສາດສະດາທູດທ່ານສຸດທ້າຍຄືນາບີມຸຮັມຫມັດ.

ສາດສະດາທູດທຸກທ່ານໄດ້ສອນຢ່າງຊັດເຈນວ່າຊີວິດໂລກນີ້ຄືບົດທົດສອບ ສ່ວນຊີວິດແທ້ຈິງຄືໂລກຫລັງຄວາມຕາຍ

ບ່ອນນັ້ນມີສະຫວັນທີ່ຕຽມໄວ້ແກ່ຜູ້ສັດທາທີ່ບູຊານັບຖືອັລລໍຫ໌ພຽງຜູ້ດຽວໂດຍບໍ່ມີສິ່ງສັກສິດໃດອື່ນທຽບຄຽງ ສຳຫລັບຜູ້ທີ່ສັດທາເຊື່ອຄຳສອນຂອງສາດສະດາທຸກຄົນ ແລະ ຍັງມີນາຮົກທີ່ອັລລໍຫ໌ຕຽມໄວ້ແກ່ຜູ້ຝ່າຝືນບໍ່ເຊື່ອ ພວກນັບຖືບູຊາສິ່ງສັກສິດອື່ນນອກເຫນືອຈາກອັລລໍຫ໌ ແລະ ປະຕິເສດຄຳສອນຂອງບັນດາສາດສະດາທູດ.

ພຣະອົງອັລລໍຫ໌ຕຣັດວ່າ:﴿يَا بَنِي آدَمَ إِمَّا يَأْتِيَنَّكُمْ رُسُلٌ مِنْكُمْ يَقُصُّونَ عَلَيْكُمْ آيَاتِي فَمَنِ اتَّقَى وَأَصْلَحَ فَلَا خَوْفٌ عَلَيْهِمْ وَلَا هُمْ يَحْزَنُونَ (٣٥) (ມະນຸດທັ້ງຫລາຍ ! ຈະມີສາດສະດາມາຫາພວກທ່ານ ບອກເລົ່າໂອງການຕ່າງໆ ຂອງເຮົາຜູ້ໃດທີ່ຍຳເກງ ແລະ ເຮັດຄວາມດີກໍ່ບໍ່ຕ້ອງຢ້ານ ແລະ ບໍ່ຕ້ອງໂສກເສົ້າ (35)وَالَّذِينَ كَذَّبُوا بِآيَاتِنَا وَاسْتَكْبَرُوا عَنْهَا أُولَئِكَ أَصْحَابُ النَّارِ هُمْ فِيهَا خَالِدُونَ﴾ ສ່ວນຜູ້ທີ່ບໍ່ເຊື່ອໂອງການຂອງເຮົາ ອວດເກັ່ງຍະໂສ ພວກນີ້ກໍ່ຄືຊາວນາຮົກທີ່ຈະໃຊ້ຊີວິດຢູ່ໃນນັ້ນຕະຫລອດການ)(ອັລ-ອະຣອຟ:35-36)

ພຣະອົງອັລລໍຫ໌ຕຣັດວ່າ:﴿يَا أَيُّهَا النَّاسُ اعْبُدُوا رَبَّكُمُ الَّذِي خَلَقَكُمْ وَالَّذِينَ مِنْ قَبْلِكُمْ لَعَلَّكُمْ تَتَّقُونَ (٢١) (ມະນຸດທັ້ງຫລາຍ ! ຈົ່ງບູຊານັບຖືພຣະເຈົ້າຂອງພວກທ່ານ ຜູ້ສົງສ້າງພວກທ່ານ ແລະ ບັນພະບຸລຸດຂອງພວກທ່ານ ຫວັງວ່າພວກທ່ານຈະມີຄວາມຍຳເກງຢ້ານ (21)الَّذِي جَعَلَ لَكُمُ الْأَرْضَ فِرَاشًا وَالسَّمَاءَ بِنَاءً وَأَنْزَلَ مِنَ السَّمَاءِ مَاءً فَأَخْرَجَ بِهِ مِنَ الثَّمَرَاتِ رِزْقًا لَكُمْ فَلَا تَجْعَلُوا لِلَّهِ أَنْدَادًا وَأَنْتُمْ تَعْلَمُونَ (٢٢) ຜູ້ສົງສ້າງໂລກເປັນຜື່ນຮາບພຽງພໍດີແກ່ພວກທ່ານ ສ້າງຊັ້ນຟ້າເປັນເພດານ ໃຫ້ຝົນຕົກຈາກຟ້າ ງອກເງີຍພືດພັນຜົນຫມາກໄມ້ເປັນປັດໄຈແກ່ພວກທ່ານ ດັ່ງນັ້ນ ພວກທ່ານຢ່າໄດ້ນັບຖືສິ່ງສັກສິດອື່ນທຽບຄຽງພຣະອົງທັ້ງທີ່ພວກທ່ານກໍ່ຮູ້ດີ (22)وَإِنْ كُنْتُمْ فِي رَيْبٍ مِمَّا نَزَّلْنَا عَلَى عَبْدِنَا فَأْتُوا بِسُورَةٍ مِنْ مِثْلِهِ وَادْعُوا شُهَدَاءَكُمْ مِنْ دُونِ اللَّهِ إِنْ كُنْتُمْ صَادِقِينَ (٢٣) ແຕ່ຫາກພວກທ່ານສົງໄສໃນຄຳພິອັລກຸຣອານທີ່ເຮົາປະທານໃຫ້ແກ່ນາບີມຸຮັມຫມັດ ກໍ່ຈົ່ງຜະລິດຄຳພີບົດຫນື່ງໃຫ້ຄືອັລກຸຣອານຂື້ນມາ ແລະ ໃຫ້ໄປຮຽກຮ້ອງສິ່ງສັກສິດອື່ນນອກເຫນືອ ອັລລໍຫ໌ ມາຊ່ວຍນຳ ຫາກພວກທ່ານເວົ້າກັນແທ້ຈິງ (23)فَإِنْ لَمْ تَفْعَلُوا وَلَنْ تَفْعَلُوا فَاتَّقُوا النَّارَ الَّتِي وَقُودُهَا النَّاسُ وَالْحِجَارَةُ أُعِدَّتْ لِلْكَافِرِينَ (٢٤) ຫາກພວກທ່ານບໍ່ເຮັດ ແລະ ຈະບໍ່ເຮັດກໍ່ຈົງຍຳເກງນາຮົກທີ່ຈະມີເຊື້ອໄຟເປັນຮ່າງກາຍມະນຸດ ແລະ ຫິນຈະກຽມໄວ້ແກ່ຜູ້ປະຕິເສດສັດທາ (24)وَبَشِّرِ الَّذِينَ آمَنُوا وَعَمِلُوا الصَّالِحَاتِ أَنَّ لَهُمْ جَنَّاتٍ تَجْرِي مِنْ تَحْتِهَا الْأَنْهَارُ كُلَّمَا رُزِقُوا مِنْهَا مِنْ ثَمَرَةٍ رِزْقًا قَالُوا هَذَا الَّذِي رُزِقْنَا مِنْ قَبْلُ وَأُتُوا بِهِ مُتَشَابِهًا وَلَهُمْ فِيهَا أَزْوَاجٌ مُطَهَّرَةٌ وَهُمْ فِيهَا خَالِدُونَ﴾ ແລະ ຈົ່ງຊີ້ແຈ້ງຂ່າວດີແກ່ບັນດາຜູ້ສັດທາ ແລະ ເຮັດຄວາມດີ ວ່າພວກເຂົາຈະໄດ້ເຂົ້າສະຫວັນທີີມີແມ່ນ້ຳໄຫລຜ່ານເບື້ອງລຸ້ມ ເມື່ອຊາວສະຫວັນໄດ້ຮັບຜົນກມາກໄມ້ເປັນອາຫານກໍ່ຈະກ່າວກັນວ່າ " ເຮົາເຄີຍໄດ້ຮັບຄືກັນແບບນີ້ມາແລ້ວ ໃດ໋ " ພວກເຂົາໄດ້ຮັບອາຫານທີ່ຊື່ຄ້າຍຄືກັນ ພວກເຂົາຈະມີຄູ່ຄອງທີ່ບໍລິສຸດ ແລະ ຢູ່ໃນນັ້ນຕະຫລອດການ)(ອັລ-ບະກໍເຣາະຫ໌ 25-21)

ເປັນຫຍັງສາດສະດາທູດຈື່ງມີຫລາຍຄົນ ?

ອັລລໍຫ໌ໄດ້ສົ່ງສາດສະດາທູດໄປທຸກດິນແດນເພື່ອສອນໃຫ້ໃຫ້ຮູ້ຈັກບູຊານັບຖືພຣະເຈົ້າ ສອນລະບຽບຄຳສັ່ງໃຊ້ ແລະ ຄຳຫ້າມ ຄຳສອນຂອງສາດສະດາທູດທຸກທ່ານມີວັດຖຸປະສົງຫລັກຄືສອນໃຫ້ຮູ້ໃຫ້ນັບຖືອັລລໍຫ໌ອົງດຽວ ຖ້າດິນແດນໃດເຊື່ອມໂຊມ ບໍ່ເຊື່ອຟັງສາດສະດາທູດຄຳສອນ ອັລລໍຫ໌ກໍ່ຈະສົ່ງສາດສະດາທູດມາອີກທ່ານມາຊ່ວຍເຫລືອໃຫ້ມະນຸດກັບຄືນສູ່ທຳມະຊາດຂອງມະນຸດທີ່ຍອມຮັບສິ່ງສັກສິດອົງດຽວ

ຈົນສຸດທ້າຍອັລລໍຫ໌ໄດ້ສົ່ງນາບີມຸຮັມຫມັດມາພ້ອມສາສະຫນາທີ່ສົມບູນແບບແລະ ກົດລະບຽບບົດບັນຍັດອຳມະຕະຕະຫລອດການແກ່ມະນຸດຊາດທັ້ງມວນຈົນຮອດມື້ສິ້ນໂລກ ຄຳສອນຂອງທ່ານຖືວ່າເປັນການສິ້ນສຸດ ເປັນບົດແກ້ໄຂປັບປຸງຄຳສອນບາງຢ່າງຂອງສາດສະດາທູດຍຸກກ່ອນ ອັລລໍຫ໌ ຈະສົງຮັກສາສາສະຫນານີ້ໄວ້ຕຣາບວັນສິ້ນໂລກສູນສະລາຍ.

ເຮົາບໍ່ສາມາດເປັນຜູ້ສັດທາຢ່າງແທ້ຈິງໄດ້ຈົນກວ່າຈະເຊື່ອຄຳສອນຂອງສາດສະດາທູດ

ພຣະເຈົ້າເປັນຜູ້ສົ່ງສາດສະດາທູດມາສັ່ງສອນໃຫ້ມະນຸດເຊື່ອຟັງພຣະເຈົ້າ ໃຜທີ່ປະຕິເສດຄຳສອນຂອງສາດສະດາທູດແມ້ພຽງຜູ້ດຽວຖືວ່າເຂົາປະຕິເສດຄຳສອນຂອງສາດສະດາທູດທັ້ງຫມົດ ບໍ່ມີບາບໃດໃຫຍ່ໄປກວ່າການທີ່ມະນຸດປະຕິເສດຄຳສອນຂອງພຣະເຈົ້າ ການຈະເຂົ້າສະຫວັນໄດ້ຕ້ອງເຊື່ອຄຳສອນຂອງສາດສະດາທູດທຸກຄົນກ່ອນ.

ດັ່ງນັ້ນ ມະນຸດຍຸກນີ້ທຸກຄົນຈຶ່ງຈຳເປັນຕ້ອງເຊື່ອສັດທາຕໍ່ພຣະເຈົ້າ ແລະ ສາດສະດາທູດທຸກທ່ານຂອງພຣະອົງ ຕ້ອງເຊື່ອວ່າມີມື້ສິ້ນໂລກ ໂດຍຜ່ານຄຳສອນຂອງສາດສະດາທູດຄົນສຸດທ້າຍຄືນາບີມຸຮັມຫມັດ ຜູ້ໄດ້ຮັບການກະທຳອັນນ່າອັດສະຈັນ ນັ້ນຄືຄຳພີອັລກຸຣອານທີ່ພຣະເຈົ້າໄດ້ສັນຍາວ່າຈະປົກປ້ອງຮັກສາໄວ້ຕະຫລອດການ.

ອັລລໍຫ໌ໄດ້ກ່າວໃນຄຳພີອັລກຸຣອານວ່າຜູ້ປະຕິເສດບໍ່ເຊື່ອສາດສະດາອົງໃດກໍ່ເທົ່າກັບວ່າເປັນຜູ້ປະຕິເສດຕໍ່ ອັລລໍຫ໌ ແລະ ປະຕິເສດຄຳສອນຂອງພຣະອົງເຊັ່ນກັນ ພຣະອົງອັລລໍຫ໌ໄດ້ກ່າວວ່າ:﴿إِنَّ الَّذِينَ يَكْفُرُونَ بِاللَّهِ وَرُسُلِهِ وَيُرِيدُونَ أَنْ يُفَرِّقُوا بَيْنَ اللَّهِ وَرُسُلِهِ وَيَقُولُونَ نُؤْمِنُ بِبَعْضٍ وَنَكْفُرُ بِبَعْضٍ وَيُرِيدُونَ أَنْ يَتَّخِذُوا بَيْنَ ذَلِكَ سَبِيلًا (١٥٠) "ຜູ້ປະຕິເສດຕໍ່ອັລລໍຫ໌ ແລະ ບັນດາສາດສະດາທູດຂອງພຣະອົງ ແລະ ຕ້ອງການແຍກລະຫວ່າງຄວາມເຊື່ອຕໍ່ອັລລໍຫ໌ ແລະ ສາດສະດາ ແລະ ຍັງກ່າວວ່າເຮົາສັດທາຕໍ່ບາງທ່ານແລະປະຕິເສດຕໍ່ບາງທ່ານ ແລະ ຍັງຕ້ອງການທີ່ຈະເລືອກເຄິ່ງທາງລະຫວ່າງສັດທາແລະປະຕິເສດ (150)أُولَئِكَ هُمُ الْكَافِرُونَ حَقًّا وَأَعْتَدْنَا لِلْكَافِرِينَ عَذَابًا مُهِينًا﴾ ພວກນີ້ຄືພວກປະຕິເສດຢ່າງແທ້ຈິ່ງ ແລະ ເຮົາໄດ້ກ້ຽມການລົງໂທດອັນຕ່ຳຕ້ອຍດ້ອຍຄ່າໄວ້ແກ່ຜູ້ປະຕິເສດສັດທາ"(ສູເຣາະຫ໌ນິຊາ: 150-151)

ສະນັ້ນ ເຮົາໃນຖານະມຸສລິມເຮົາຈະສັດທາຕໍ່ອັລລໍຫ໌ ແລະ ຕໍ່ວັນສິ້ນໂລກຄືດັ່ງເຊັ່ນທີ່ອັລລໍຫ໌ໄດ້ຊົງສັ່ງໃຊ້ ແລະເຮົາຈະສັດທາຕໍ່ສາດສະດາທູດທຸກທ່ານແລະຄຳພີທຸກເຫຼັ້ມ ອັລລໍຫ໌ໄດ້ກ່າວວ່າ :﴿آمَنَ الرَّسُولُ بِمَا أُنْزِلَ إِلَيْهِ مِنْ رَبِّهِ وَالْمُؤْمِنُونَ كُلٌّ آمَنَ بِاللَّهِ وَمَلَائِكَتِهِ وَكُتُبِهِ وَرُسُلِهِ لَا نُفَرِّقُ بَيْنَ أَحَدٍ مِنْ رُسُلِهِ وَقَالُوا سَمِعْنَا وَأَطَعْنَا غُفْرَانَكَ رَبَّنَا وَإِلَيْكَ الْمَصِيرُ﴾ "ສາດສະດາທູດມຸຮຳຫມັດ ແລະ ບັນດາຜູ້ສັດທາຕ່າງໆກໍສັດທາຕໍ່ຄຳສອນທີ່ຖືກປະທານລົງມາຈາກພຣະເຈົ້າ ທຸກທ່ານສັດທາຕໍ່ ອັລລໍຫ໌, ເທວະດາ, ບັນດາຄຳພີ, ບັນດາສາດສະດາ ເຮົາຈະບໍ່ແບ່ງແຍກສາດສະດາຄົນໃດ ພວກເຂົາຈະກ່າວວ່າ : ເຮົາຟັງແລ້ວ ແລະເຊື່ອຟັງ ຂໍພຣະເຈົ້າໄດ້ຊົງອະໄພໂທດແກ່ເຮົາ ແລະ ເຮົາຕ້ອງກັບຄື້ນສູ່ພຣະອົງ"(ສູເຣາະຫ໌ບາກໍເຣາະຫ໌: 2:285)

ຄຳພີອັລກຸຣອານແມ່ນຫຍັງ ?

ຄຳພີອັລກຸຣອານແມ່ນສັບຄຳເວົ້າຂອງອັລລໍຫ໌ ເປັນໂອງການຈາກພຣະເຈົ້າທີ່ຊົງປະທານແກ່ສາດສະດາທູດທ່ານສຸດທ້າຍ ເປັນສິ່ງອັດສະຈັນທີ່ຍິ່ງໃຫຍ່ທີ່ສຸດທີ່ພິສູດເຖິງຄວາມເປັນສາດສະດາຂອງທ່ານ ຄຳພີອັລກຸຣອານມີຫຼັກການທີ່ທ່ຽງທັມ ແລະມີເລື່ອງລາວທີ່ຖືກຕ້ອງ.ພຣະເຈົ້າໄດ້ທ້າທາຍຜູ້ປະຕິເສດໃຫ້ຜະລິດຂຶ້ນພຽງບົດດຽວໃຫ້ປຽບສະເໝືອນຄຳພີອັລກຸຣອານ ແຕ່ກໍບໍ່ມີຜູ້ໃດສາມາດເຮັດສຳເລັດ ເພາະເນື້ອໃນຂອງຄຳພີອັລກຸຣອານນັ້ນຄວບຄຸມທຸກເລື່ອງລາວທີ່ກ່ຽວຂ້ອງກັບມະນຸດທັງໃນໂລກນີ້ແລະໂລກໜ້າ ແລະຍັງມີເນື້ອໃນເຖິງຫຼັກການສັດທາທີ່ຈຳເປັນຕ່າງໆ.ອີກທັ້ງຍັງມີເນື້ອໃນບົດບັນຍັດຄຳສັ່ງໃຊ້ແລະສັ່ງຫ້າມທີ່ມະນຸດຕ້ອງນຳມາເປັນຫຼັກຖານຫຼັກປະຕິບັດລະຫວ່າງຕົນເອງແລະພຣະເຈົ້າ, ແລະປະຕິບັດກັບຕົວຂອງຕົນເອງ, ແລະລະຫວ່າງຕົວເອງແລະຜູ້ອື່ນ ເນື້ອໃນເຫຼົ່ານີ້ໃນຄຳພີອັລກຸຣອານໃຊ້ໂວຫານທີ່ສູງເຂົ້າໃຈງ່າຍແກ່ຜູ້ອ່ານແລະໃຊ້ພາສາທີ່ງົດງາມ.ໃນຄຳພີອັລກຸຣອານຍັງມີຫຼັກເຫດຜົນແລະປາກົດການທາງວິທະຍາສາດຢ່າງຫຼວງຫຼາຍ ເປັນເຄື່ອງພິສູດວ່າຄຳພີເຫຼັ້ມນີ້ບໍ່ແມ່ນງານຂຽນຂອງມະນຸດ ແຕ່ເປັນຄຳເວົ້າຂອງພຣະເຈົ້າຂອງມະນຸດ.

ສາສະໜາອິສລາມແມ່ນຫຍັງ ?

ອິສລາມຄືການຍອມຮັບຕໍ່ພະເຈົ້າອັລລໍຫ໌ຜູ້ເປັນພຣະເຈົ້າພຽງໜຶ່ງດຽວ ເຊື່ອຟັງພຣະອົງ ແລະປະຕິບັດຕາມບົດຄວາມຄຳສັ່ງຂອງພຣະອົງດ້ວຍຄວາມພໍໃຈ ແລະປະຕິເສດຈະບູຊາເຄົາລົບສິ່ງອື່ນນອກຈາກອັລລໍຫ໌.

ອັລລໍຫ໌ໄດ້ສົ່ງສາດສະດາມາຢ່າງຫຼວງຫຼາຍໃຫ້ສອນໃນສິ່ງດຽວກັນຄືການຮຽກຮ້ອງໄປສູ່ການເຄົາລົບບູຊາຕໍ່ອັລລໍຫ໌ພຽງຜູ້ດຽວບໍ່ມີສິ່ງອື່ນທຽບຄຽງໄດ້ ແລະປະຕິເສດການບູຊາເຄົາລົບສິ່ງອື່ນນອກຈາກອັລລໍຫ໌.

ອິສລາມຄືສາສະໜາຂອງສາດສະດາທຸກທ່ານ ດັ່ງນັ້ນ ຄຳສອນຂອງທຸກທ່ານຈຶ່ງເປັນຄຳສອນດຽວກັນເຖິງແມ້ຈະມີບົດບັນຍັດຄຳສັ່ງໃຊ້ພາກປະຕິບັດ ຫຼື ພິທີກຳທີ່ແຕກຕ່າງກັນ ຄົນອິສລາມໃນໂລກທຸກມື້ນີ້ເປັນຄົນກຸ່ມດຽວທີ່ຍຶດຕາມລັກສະໜາທີ່ຖືກຕ້ອງຂອງບັນດາສາສະດາທູດລຸ້ນກ່ອນໆ ຄຳສອນຂອງສາສະໜາອິສລາມໃນປັດຈຸບັນຄືສັດຈະທຳເປັນຄຳສອນສຸດທ້າຍຂອງມວນມະນຸດ.ພຣະເຈົ້າເຄີຍແຕ່ງຕັ້ງ ອັບຣາຮາມ ,ໂມເຊ ,ເຍຊູ ແລະຍັງແຕ່ງຕັ້ງທ່ານນາບີມຸຮຳຫມັດ ເປັນສາດສະດາທູດອົງສຸດທ້າຍ ບົດບັນຍັດຄຳສັ່ງໃຊ້ຂອງອິສລາມຖືເປັນບົດຍົກເລີກຄຳສັ່ງໃຊ້ຕ່າງໆ ຂອງສາດສະດາກ່ອນໜ້າທ່ານ.

ສາສະໜາໃນໂລກທຸກມື້ນີ້ນອກຈາກສາສະໜາອິສລາມ ນັບເປັນງານປະດິດຂອງມະນຸດເອງ ບ້າງສາສະໜາເຄີຍເປັນສາສະຫນາຂອງພຣະເຈົ້າແຕ່ຖືກດັດແປງ ແລະຕື່ມແຕ່ງດ້ວຍກັບເລື່ອງເລົ່ານິຍາຍ ແລະ ຜ່ານການສັງຄາຍະນາ (ດັດແຕ່ງ).

ແຕ່ສາສະຫນາຂອງອິສລາມເປັນສາສະຫນາພຽງຫນຶ່ງດຽວທີ່ຊັດເຈນ ແລະ ບໍ່ເຄີຍຜ່ານການປ່ຽນແປງ ການເຮັດພິທີຜູ້ບູຊາໃນສາສະຫນາອິສລາມທີ່ເປັນການກາບໄຫວ້ຕໍ່ອັລລໍຫ໌ກໍ່ມີພຽງຫນຶ່ງດຽວ ຄື ການລະຫມາດ 5 ເວລາ, ຈ່າຍສະກຼາດ ( ພາສີສາສະຫນາ), ຖືສິນອົດໃນເດືອນເກົ້າ ຄຳພີອັລກຸຣອານຄືຄຳພີເຫຼັ້ມດຽວຂອງອິສລາມໃນທຸກປະເທດທົ່ວໂລກ. ອັລລໍຫ໌ ໄດ້ກ່າວວ່າ :﴿ٱلۡيَوۡمَ أَكۡمَلۡتُ لَكُمۡ دِينَكُمۡ وَأَتۡمَمۡتُ عَلَيۡكُمۡ نِعۡمَتِي وَرَضِيتُ لَكُمُ ٱلۡإِسۡلَٰمَ دِينٗاۚ فَمَنِ ٱضۡطُرَّ فِي مَخۡمَصَةٍ غَيۡرَ مُتَجَانِفٖ لِّإِثۡمٖ فَإِنَّ ٱللَّهَ غَفُورٞ رَّحِيمٞ﴾ "ມື້ນີ້ເຮົາໄດ້ເຮັດໃຫ້ສາສະຫນາຂອງພວກທ່ານສົມບູນແລ້ວ ແລະເຮົາໄດ້ໃຫ້ຄວາມໂປຼດປຼານຂອງເຮົາສົມບູນ ເຮົາເລືອກໃຫ້ອິສລາມເປັນສາສະຫນາຂອງພວກທ່ານ ດັ່ງນັ້ນ ຜູ້ໃດຈຳເປັນຕ້ອງກິນເພາະຄວາມອຶດຫິວໂດຍບໍ່ມີໃຈຢາກກິນຂອງບາບກໍ່ສາມາດກິນໄດ້ ແທ້ຈິ່ງອັລລໍຫ໌ເປັນຜູ້ໃຫ້ອະໄພ ແລະ ເມດຕາສະເຫມີ"(ສູເຣາະຫ໌ອັລມາອີດະຫ໌ 5:3)

ອັລລໍຫ໌ໄດ້ກ່າວໃນອັລກຸຣອານອີກວ່າ :﴿قُلْ آمَنَّا بِاللَّهِ وَمَا أُنْزِلَ عَلَيْنَا وَمَا أُنْزِلَ عَلَى إِبْرَاهِيمَ وَإِسْمَاعِيلَ وَإِسْحَاقَ وَيَعْقُوبَ وَالْأَسْبَاطِ وَمَا أُوتِيَ مُوسَى وَعِيسَى وَالنَّبِيُّونَ مِنْ رَبِّهِمْ لَا نُفَرِّقُ بَيْنَ أَحَدٍ مِنْهُمْ وَنَحْنُ لَهُ مُسْلِمُونَ (٨٤) "ຈົ່ງກ່າວເຖີດ: ເຮົາສັດທາຕໍ່ ອັລລໍຫ໌ ແລະຄຳສອນທີ່ປະທານລົງມາໃຫ້ເຮົາ ແລະຄຳສອນທີ່ປະທານລົງມາໃຫ້ ອັບຣາຮາມ (ອິບຣໍຮີມ), ອິດສະມາແອນ (ອິສມາອີລ), ອີຊາກ (ອິສຮາກ), ຢາໂຄບ (ຍະກູບ),ແລະ ເຜົ່າຕ່າງໆ ແລະຄຳສອນທີ່ປະທານໃຫ້ແກ່ ໂມເຊ (ມູຊາ) , ເຍຊູ (ອີຊາ ) ແລະ ສາດສະດາຄົນອື່ນໆຈາກພຣະເຈົ້າ ເຮົາຈະບໍ່ແບ່ງແຍກຜູ້ໃດ ແລະ ເຮົາຈະຍອມຮັບຕໍ່ອັລລໍຫ໌.وَمَنْ يَبْتَغِ غَيْرَ الْإِسْلَامِ دِينًا فَلَنْ يُقْبَلَ مِنْهُ وَهُوَ فِي الْآخِرَةِ مِنَ الْخَاسِرِينَ﴾ ແລະ ຜູ້ໃດທີ່ສະແຫວງຫາສາສະຫນາອື່ນນອກຈາກອິສລາມ ເຂົາຈະບໍ່ຖືກຕອບຮັບ ແລະ ໃນໂລກຫນ້າເຂົາຈະຢູ່ໃນກຸ່ມຜູ້ຂາດທຶນ"(ສູເຣາະຫ໌ອະລາອິມຣອນ: 84-85)

ສາສະຫນາອິສລາມເປັນວິຖີຊີວິດທີ່ຄວບຄຸມທີ່ສຸດ ສອດຂ້ອງກັບທຳມະຊາດ ແລະ ປັນຍາ ຜູ້ທີ່ມີຈິດໃຈທີ່ຊື່ສັດຈະຕອບຮັບອິສລາມ ອິສລາມຄືສາສະຫນາທີ່ຜູ້ສ້າງໄດ້ກຳຫນົດໃຫ້ເປັນສາສະຫນາແກ່ບ່າວຂອງພຣະອົງ ເປັນສາສະຫນາແຫ່ງຄວາມດີ ແລະ ຄວາມສຸກສຳຫລັບມວນມະນຸດທຸກຄົນໃນໂລກນີ້ ແລະ ໂລກຫນ້າ ບໍ່ໄດ້ມີການແບ່ງແຍກເຊື້ອຊາດ ຕະກູນ ສີຜິວ ມະນຸດທຸກຄົນນັ້ນເທົ່າທຽມກັນບໍ່ມີຜູ້ໃດປະເສີດເຫນືອຄົນອື່ນນອກຈາກດ້ວຍຄຸນງາມຄວາມດີ.

ພຣະອົງອັລລໍຫ໌ຕຣັດວ່າ:(مَنۡ عَمِلَ صَٰلِحٗا مِّن ذَكَرٍ أَوۡ أُنثَىٰ وَهُوَ مُؤۡمِنٞ فَلَنُحۡيِيَنَّهُۥ حَيَوٰةٗ طَيِّبَةٗۖ وَلَنَجۡزِيَنَّهُمۡ أَجۡرَهُم بِأَحۡسَنِ مَا كَانُواْ يَعۡمَلُونَ) "ຜູ້ໃຈດີທີ່ປະຕິບັດຄວາມດີທັ້ງຫຍິງ ແລະ ຊາຍ ແລະ ຍັງເປັນຜູ້ສັດທາ ເຮົາຈະໃຫ້ເຂົາມີຊີວິດທີ່ດີ ແລະເຮົາຈະຕອບແທນຜົນລະບຸນແກ່ເຂົາໃຫ້ດີຫລາຍກວ່າທີ່ພວກເຂົາໄດ້ກະທຳ"(ສູເຣາະຫ໌ອັລນະຫ໌ລູ 16:97)

ອິສລາມຄືເສັ້ນທາງສູ່ຄວາມສຸກ

ອິສລາມຄືສາສະຫນາເພຶ່ອມະນຸດຊາດທຸກຄົນ ບໍ່ແມ່ນສາສະຫນາສະເພາະສຳຫລັບຊາວອາຫຣັບເທົ່ານັ້ນ.

ອິສລາມຄືເສັ້ນທາງສູ່ຄວາມສຸກທີ່ແທ້ຈິງໃນໂລກນີ້ ແລະ ສູ່ຄວາມສຸກອັນຖາວອນໃນໂລກຫນ້າ.

ອິສລາມຄືສາສະໜາໜຶ່ງດຽວທີ່ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງຈິດວິນຍານແລະຮ່າງກາຍໄດ້ຢ່າງສົມດຸນກັນ ເປັນສາສະໜາທີ່ສາມາດແກ້ໄຂບັນຫາຂອງມວນມະນຸດໄດ້. ອັລລໍຫ໌ໄດ້ກ່າວວ່າ :﴿قَالَ اهْبِطَا مِنْهَا جَمِيعًا بَعْضُكُمْ لِبَعْضٍ عَدُوٌّ فَإِمَّا يَأْتِيَنَّكُمْ مِنِّي هُدًى فَمَنِ اتَّبَعَ هُدَايَ فَلا يَضِلُّ وَلا يَشْقَى (123) "ພຣະອົງໄດ້ກ່າວວ່າ: ເຈົ້າທັ້ງສອງ (ອາດຳ ແລະ ເມຍ) ຈົ່ງອອກໄປຈາກສະຫວັນເປັນສັດຕູກັນແລະກັນ ແລ້ວຖ້າຫາກມີທາງນຳມາສູ່ພວກເຈົ້າໃຜທີ່ປະຕິບັດຕາມທາງນຳນັ້ນກໍ່ຈະບໍ່ລົງທາງໃນໂລກນີ້ ແລະ ຈະບໍ່ຕ້ອງທົນທຸກທໍ່ລະມານໃນໂລກຫນ້າ. (123)وَمَنْ أَعْرَضَ عَنْ ذِكْرِي فَإِنَّ لَهُ مَعِيشَةً ضَنْكًا وَنَحْشُرُهُ يَوْمَ الْقِيَامَةِ أَعْمَى﴾ ແລະ ໃຜທີ່ບໍ່ສົນໃຈໃຫ້ກັບທາງນຳນັ້ນເຂົາກໍ່ຈະໄດ້ຮັບຄວາມເປັນຢູ່ທີ່ຄັບແຄບ ແລະ ເຮົາຈະຟື້ນຄືນຊີບເຂົາຂື້ນມາໃນວັນສິ້ນໂລກໃນຮູບແບບຕາບອດ"(ສູເຣາະຫ໌ຕໍຮາ: 123-124)

ຂ້ອຍຈະໄດ້ຮັບຫຍັງຈາກການເຂົ້າຮັບອິສລາມ ?.

ການເຂົ້າຮັບອິສລາມມີຜົນດີຢ່າງຫຼວງຫຼາຍເຊັ່ນ :

1. ໄດ້ຮັບກຽດໃນໂລກນີ້ໃນຖານະບ່າວຂອງອັລລໍຫ໌ແທນທີ່ຈະເປັນທາດໃຫ້ກິເລດ, ມານຮ້າຍ, ແລະອາລົມໄຝ່ຕ່ຳ.

2. ໄຊຊະນະໃນໂລກໜ້າດ້ວຍການໄດ້ຮັບອະໄພແລະຄວາມພໍໃຈຈາກອັລລໍຫ໌ ເຂົ້າສະຫວັນພ້ອມຄວາມສຸກຕະຫຼອດການ ແລະ ຫຼຸດພົ້ນຈາກໄຟນາຮົກ.

3.ຜູ້ສັດທາໃນມື້ສິ້ນໂລກຈະໄດ້ຢູ່ກັບບັນດາສາດສະດາທູດ, ຄົນທີ່ມີຄວາມສັດທາສົມບຸນ, ຄົນທີ່ສະຫຼະຊີວິດເພື່ອສາສະຫນາ, ແລະພວກຄົນດີ ນັບວ່າຄືໂຊກດີຫລາຍເພາະຈະໄດ້ຢູ່ກັບກຸ່ມຄົນທີ່ດີທີ່ສຸດ ສ່ວນຜູ້ບໍ່ສັດທາຈະຢູ່ກັບມຼານຮ້າຍໄຊຕານ, ຄົນຊົ່ວ, ອາຊະຍາກອນ, ແລະຄົນທີ່ຊົ່ວຮ້າຍ.

4.ຜູ້ທີ່ເຂົ້າສະຫວັນຈະໄດ້ຮັບຄວາມສຸກຕະຫຼອດການ ບໍ່ມີການເສຍຊີວິດ ເຈັບປ່ວຍ ເຖົ້າແກ່ ຫຼື ຄວາມເສຍໃຈ ອັລລໍຫ໌ຈະໃຫ້ຕາມທີ່ທຸກຄົນປາດຖະໜາ ສ່ວນຄົນທີ່ຕົກນາຮົກເພາະບໍ່ເຊື່ອໃນພຣະເຈົ້າກໍຈະໄດ້ຮັບການລົງໂທດຕະຫຼອດການເຊັ່ນດຽວກັນ.

ໃນສະຫວັນມີແຕ່ຄວາມສຸກທີ່ຕາບໍ່ເຄີຍເຫັນ ຫູບໍ່ເຄີຍໄດ້ຍິນ ຈິດໃຈບໍ່ເຄີຍນຶກຄິດ ຈາກຫຼັກຖານທີ່ອັລລໍຫ໌ໄດ້ກ່າວວ່າ :﴿مَنْ عَمِلَ صَالِحًا مِنْ ذَكَرٍ أَوْ أُنْثَى وَهُوَ مُؤْمِنٌ فَلَنُحْيِيَنَّهُ حَيَاةً طَيِّبَةً وَلَنَجْزِيَنَّهُمْ أَجْرَهُمْ بِأَحْسَنِ مَا كَانُوا يَعْمَلُونَ﴾ "ຜູ້ໃດທີ່ປະຕິບັດຄວາມດີທັ້ງຫຍິງ ແລະ ຊາຍ ແລະ ເປັນຜູ້ສັດທາ ເຮົາຈະໃຫ້ເຂົາມີຊີວິດທີ່ດີ ແລະເຮົາຈະຕອບແທນຜົນລະບຸນແກ່ເຂົາໃຫ້ດີຫຼາຍກວ່າທີ່ພວກເຂົາໄດ້ເຮັດມັນມາ"(ສູເຣາະຫ໌ອັລນັມລຸ: 16:97)ແລະ ພຣະອົງກ່າວຕື່ມອີກວ່າ:﴿فَلَا تَعۡلَمُ نَفۡسٞ مَّآ أُخۡفِيَ لَهُم مِّن قُرَّةِ أَعۡيُنٖ جَزَآءَۢ بِمَا كَانُواْ يَعۡمَلُونَ﴾ "ບໍ່ມີຊີວິດໃດຮັບຮູ້ມາກ່ອນວ່າມີຄວາມຮົ່ມເຢັນໃດຖືກເຊື່ອງໄວ້ເປັນການຕອບແທນສິ່ງທີ່ເຂົາໄດ້ເຮັດມາ"(ສູເຣາະຫ໌ອັສສະຈາດະຫ໌: 32:17)

ຂ້ອຍຈະເສຍຫຍັງໄປຫາກປະຕິເສດອິສລາມ ?

ຈະເສຍຄວາມຮູ້ທີ່ຍິ່ງໃຫຍ່ທີ່ສຸດຄືການຮູ້ຈັກພຣະເຈົ້າ ຈະເສຍຄວາມສັດທາຕໍ່ພະເຈົ້າທີ່ສາມາດສ້າງຄວາມສຸກສະຫງົບໄດ້ໃນໂລກນີ້ ແລະ ສ້າງຄວາມສຸກຕະຫຼອດການໃນໂລກໜ້າ.

ແລະຈະເສຍໂອກາດໃນການສຶກສາຄຳພີທີ່ຍິ່ງໃຫຍ່ທີ່ສຸດທີ່ພະເຈົ້າປະທານແກ່ມະນຸດ ເພາະການເຊື່ອຕໍ່ຄຳພີເຫຼົ່ານີ້ເປັນສິ່ງທີ່ຍິ່ງໃຫຍ່.

ແລະຈະເສຍຄວາມສັດທາຕໍ່ບັນດາສາດສະດາທີ່ຍິ່ງໃຫຍ່ ຈະບໍ່ມີໂອກາດໄດ້ຢູ່ຮ່ວມກັບທ່ານໃນສວນສະຫວັນ ແຕ່ຈະຕ້ອງມາຢູ່ຮ່ວມກັບມານຮ້າຍແລະຄົນຊົ່ວໃນນາຮົກແທນ.

ພຣະອົງອັລລໍຫ໌ຕຣັດວ່າ:﴿قُلْ إِنَّ الْخَاسِرِينَ الَّذِينَ خَسِرُوا أَنْفُسَهُمْ وَأَهْلِيهِمْ يَوْمَ الْقِيَامَةِ أَلا ذَلِكَ هُوَ الْخُسْرَانُ الْمُبِينُ (15) "ຈົ່ງກ່າວເຖິດ: ຜູ້ທີ່ຂາດທຶນແທ້ຈິງ ຄື ຜູ້ທີ່ເສຍທັງຕົວເອງແລະຄອບຄົວໃນມື້ສິ້ນໂລກ ນີ້ແຫຼະຄືການຂາດທຶນຢ່າງຊັດເຈນ.لَهُمْ مِنْ فَوْقِهِمْ ظُلَلٌ مِنَ النَّارِ وَمِنْ تَحْتِهِمْ ظُلَلٌ ذَلِكَ يُخَوِّفُ اللَّهُ بِهِ عِبَادَهُ يَا عِبَادِ فَاتَّقُونِ﴾ ຂ້າງເທິງພວກເຂົາຈະມີໄຟເປັນຊັ້ນໆ ປົກຄຸມ ແລະ ທາງລຸ່ມກໍຈະມີໄຟເປັນຊັ້ນໆ ເຊັ່ນດຽວກັນ ນີ້ຄືສິ່ງທີ່ອັລລໍຫ໌ໃຊ້ຂູ່ບ່າວຂອງພຣະອົງ ບ່າວຂອງເຮົາເອີ໋ຍ! ຈົ່ງຢ້ານ ແລະ ຢ້ຳເກງເຮົາເຖີດ"(ສູເຣາະຫ໌ອັຊຊຸມັຣ: 15-16)

ຜູ້ໃດທີ່ຕ້ອງການຫຼຸດພົ້ນຈາກໂລກໜ້າກໍ່ຄວນເຂົ້າຮັບອິສລາມ ແລະປະຕິບັດຕາມທ່ານສາດສະດາທູດມຸຮຳຫມັດ.

ຄວາມຈິງໃນປະການໜຶ່ງທີ່ສາດສະດາທຸກທ່ານໃນອາດີດເຫັນພ້ອມກັນ ຄື ຈະມີພຽງມຸສລິມຜູ້ສັດທາຕໍ່ອັລລໍຫ໌ແລະບໍ່ນັບຖືບູຊາສິ່ງສັກສິດອື່ນທຽບຄຽງ ແລະສັດທາຕໍ່ສາດສະດາທູດທຸກທ່ານເທົ່ານັ້ນທີ່ຈະຫລຸດພົ້ນໃນໂລກຫນ້າ ຜູ້ທີ່ເຊື່ອຄຳສອນຂອງສາດສະດາຂອງກຸ່ມຕົນເອງຈະໄດ້ເຂົ້າສະຫວັນແລະຫລຸດພົ້ນຈາກໄຟນາຮົກ.

ຄົນທີ່ຢູ່ໃນຍຸກຂອງນາບີໂມເຊ (ນາບີມູຊາ) ເຊື່ອຄຳສອນແລະປະຕິບັດຕາມຄຳສອນຂອງທ່ານຈຶ່ງຖືເປັນຄົນອິສລາມແລະຜູ້ສັດທາທີ່ດີ ພໍຖັດມາໃນຍຸກທີ່ອັລລໍຫ໌ໄດ້ແຕ່ງຕັ້ງເຢຊູ (ນາບີອີຊາ) ເປັນສາດສະດາ ຜູ້ທີ່ສັດທາໃນຄຳສອນຂອງໂມເຊກໍຕ້ອງເຊື່ອແລະປະຕິບັດຕາມເຢຊູເຊັ່ນດຽວກັນດັ່ງນັ້ນ ໃຜທີ່ສັດທາຕໍ່ເຍຊູກໍ່ຖືວ່າເປັນຄົນອິດສະລາມ ສ່ວນຄົນທີ່ປະຕິເສດເຢຊູແລະຕ້ອງການຍຶດຕິດຢູ່ກັບ ສາສະຫນາແບບເກົ່າຂອງໂມເຊ ກໍ່ຈະຖືວ່າບໍ່ແມ່ນຜູ້ສັດທາເພາະເຂົາປະຕິເສດຕໍ່ສາດສະດາອີກທ່ານທີ່ອັລລໍຫ໌ໄດ້ແຕ່ງຕັ້ງໃນທ້າຍທີ່ສຸດອັລລໍຫ໌ໄດ້ແຕ່ງຕັ້ງມຸຮຳຫມັດເປັນສາດສະດາ ດັ່ງນັ້ນ ມະນຸດທຸກຄົນຈຶ່ງຕ້ອງສັດທາຕໍ່ທ່ານ ພຣະເຈົ້າຄືຜູ້ແຕ່ງຕັ້ງໂມເຊແລະເຍຊູ ແລະຍັງເປັນຜູ້ແຕ່ງຕັ້ງສາດສະດາທ່ານສຸດທ້າຍຄືນາບີມຸຮຳຫມັດ ດັ່ງນັ້ນ ຜູ້ໃດທີ່ປະຕິເສດທ່ານ ແລະ ຕ້ອງການຍຶດຕິດຢູ່ກັບສາສະຫນາເກົ່າຂອງໂມເຊ ຫຼື ເຢຊູ ກໍ່ນັບວ່າບໍ່ແມ່ນຜູ້ສັດທາເຊັ່ນດຽວກັນ.

ການສະແດງຕົນວ່າເຄົາລົບສາສະຫນາອິສລາມ ຫຼື ເປັນນັກບໍລິຈາກທານຊ່ວຍເຫຼືອຄົນທຸກຍາກ ບໍ່ຖືວ່າພຽງພໍທີ່ຈະເຮັດໃຫ້ໄດ້ຮັບການຫຼຸດພົ້ນ ແຕ່ຕ້ອງມີຄວາມສັດທາຕໍ່ພຣະເຈົ້າອັລລໍຫ໌, ຄຳພີ, ບັນດາສາດສະດາທູດ, ມື້ສິ້ນໂລກນຳເຊັ່ນດຽວກັນ ແລ້ວອັລລໍຫ໌ຈະຕອບຮັບຄວາມດີຂອງເຂົາ ບໍ່ມີບາບໃດຍິ່ງໃຫຍ່ໄປກວ່າການປະຕິເສດຕໍ່ອັລລໍຫ໌ ປະຕິເສດຕໍ່ຄຳສອນ ແລະປະຕິເສດຕໍ່ສາດສະດາມຸຮຳຫມັດ (ຊລ).

ແບບນັ້ນແລ້ວ ຊາວຢິວ ແລະ ຄຣິດສະຕຽນ ແລະ ສາສະຫນາອື່ນໆ ຫາກໄດ້ຮັບຮູ້ການແຕ່ງຕັ້ງສາດສະດາມຸຮຳຫມັດແລ້ວແຕ່ຍັງຝ່າຝືນປະຕິເສດສັດທາ ແລະ ບໍ່ຕ້ອງການເຂົ້າຮັບອິສລາມ ກໍ່ຈະຕ້ອງລົງນາຮົກຕະຫລອດການ ນີ້ຄືຄຳຕັດສິນຂອງພຣະເຈົ້າບໍ່ແມ່ນຄຳຕັດສິນຂອງມະນຸດກັນເອງ. ພຣະອົງຜຼ້ຊົງສູງສົງກ່າວວ່າ:﴿إِنَّ الَّذِينَ كَفَرُوا مِنْ أَهْلِ الْكِتَابِ وَالْمُشْرِكِينَ فِي نَارِ جَهَنَّمَ خَالِدِينَ فِيهَا ۚ أُولَـٰئِكَ هُمْ شَرُّ الْبَرِيَّة﴾ "ຜູ້ປະຕິເສດສັດທາທີ່ເປັນຊາວຄຳພີ ແລະ ຜູ້ຕັ້ງພາຄີ ຈະຢູ່ໃນນາຮົກອາເວຈີຕະຫຼອດການ ຄົນເລົ່ານີ້ຄືມະນຸດທີ່ຊົ່ວຮ້າຍທີ່ສຸດ"(ສູເຣາະຫ໌ອັລອຳບິຍາ 96:6)

ຄຳສອນສຸດທ້າຍຈາກພຣະເຈົ້າໄດ້ຖືກປະທານເຖິງມວນມະນຸດແລ້ວ ດັ່ງນັ້ນ ມະນຸດທຸກຄົນທີ່ເຄີຍໄດ້ຍິນກ່ຽວກັບອິສລາມ ຫຼື ທ່ານນາບີມຸຮຳຫມັດກໍ່ຕ້ອງຈຳເປັນຕ້ອງເຊື່ອແລະສັດທາຕໍ່ທ່ານ ປະຕິບັດຕາມຄຳສອນຂອງທ່ານ ເຊື່ອຟັງໃນຄຳສັ່ງໃຊ້ ແລະ ຄຳຫ້າມຂອງທ່ານ ແຕ່ຫາກຜູ້ໃດໄດ້ຟັງຄຳສອນຂອງທ່ານແລ້ວຍັງຝ່າຝື່ນປະຕິເສດ ອັລລໍຫ໌ກໍຈະບໍ່ຮັບຄວາມດີໃດໆຈາກເຂົາຜູ້ນັ້ນ ແລ້ວອັລລໍຫ໌ຈະລົງໂທດເຂົາໃນໂລກຫນ້າ.

ແລະຈາກຫຼັກຖານດັງກ່າວ ພຣະອົງຜຼ້ຊົງສູງສົງກ່າວວ່າ:﴿وَمَنْ يَبْتَغِ غَيْرَ الْإِسْلَامِ دِينًا فَلَنْ يُقْبَلَ مِنْهُ وَهُوَ فِي الْآخِرَةِ مِنَ الْخَاسِرِينَ﴾ "ແລະໃຜທີ່ສະແຫວງຫາສາສະຫນາອື່ນນອກຈາກອິສລາມ ເຂົາຈະບໍ່ຖືກຕອບຮັບ ແລະ ໃນໂລກຫນ້າເຂົາຈະຢູ່ໃນກຸ່ມຜູ້ຂາດທຶນ"(ສູເຣາະຫ໌ອະລາອີມຣອນ: 3:85)

ແລະ ພຣະອົງກ່າວຕື່ມອີກວ່າ:﴿قُلْ يَا أَهْلَ الْكِتَابِ تَعَالَوْا إِلَى كَلِمَةٍ سَوَاءٍ بَيْنَنَا وَبَيْنَكُمْ أَلَّا نَعْبُدَ إِلَّا اللَّهَ وَلَا نُشْرِكَ بِهِ شَيْئًا وَلَا يَتَّخِذَ بَعْضُنَا بَعْضًا أَرْبَابًا مِنْ دُونِ اللَّهِ فَإِنْ تَوَلَّوْا فَقُولُوا اشْهَدُوا بِأَنَّا مُسْلِمُونَ﴾ "ຈົ່ງກ່າວ: " ໂອ້ຊາວຄຳພີ (ຊາວຄຣິດສະຕຽນ ແລະ ຢິວ) ຈົ່ງມາສູ່ຄຳສອນທີ່ເທົ່າທຽມກັນລະຫວ່າງເຮົາແລະທ່ານ ວ່າເຮົາຈະບູຊາກາບໄຫວ້ບູຊາສິ່ງສັກສິດອື່ນນອກຈາກອັລລໍຫ໌ ແລະເຮົາຈະບໍ່ເຄົາລົບບູຊາສິ່ງອື່ນທຽບຄຽງພຣະອົງ ເຮົາຈະບໍ່ແຕ່ງຕັ້ງໃຜເປັນຜູ້ສັກສິດອື່ນນອກຈາກອັລລໍຫ໌" ຖ້າຫາກພວກເຂົາຍັງບໍ່ສົນໃຈກໍ່ຈົ່ງກ່າວວ່າ: "ເປັນພະຍານໃຫ້ເຮົານຳວ່າເຮົານັ້ນເປັນຄົນມຸສລິມ".(ສູເຣາະຫ໌ອະລາອີມຣອນ: 3:64)

ຂ້ອຍຕ້ອງປະຕິບັດແບບໃດຫາກຕ້ອງການເຂົ້າຮັບອິສລາມ?

ຖ້າຫາກຕ້ອງການເຂົ້າຮັບອິສລາມກໍ່ຈະສັດທາຕ້ອງເຊື່ອໃນ 6 ປະການດັ່ງຕໍ່ໄປນີ້ :

1. ສັດທາວ່າອັລລໍຫ໌ຄືຜູ້ສ້າງ, ຜູ້ໃຫ້, ຜູ້ບໍລິຫານຈັດການ ແລະ ເປັນຜູ້ຄວບຄຸມຄອບຄອງທຸກສັບພະສິ່ງ ບໍ່ມີສິ່ງໃດນອກເຫນືອຈາກພຣະອົງ ພຣະອົງບໍ່ມີລູກ ແລະ ເມຍ, ພຣະອົງຜູ້ດຽວເທົ່ານັ້ນທີ່ມີສິດໄດ້ຮັບການບູຊາກາບໄຫວ້ ບໍ່ມີສິ່ງສັກສິດໃດອື່ນໄດ້ຮັບການເຄົາລົບບູຊາກາບໄຫວ້ຄຽງຄູ່ພຣະອົງ ສິ່ງສັກສິດອື່ນນອກຈາກພຣະອົງລ້ວນແມ່ນແຕ່ຂອງແປກປອມ.

2. ສັດທາເຊື່ອໃນເທວະດາ (ເທວະທູດ) "ມະລາອີກະຮ໌" ເປັນບ່າວຂອງພຣະເຈົ້າ ທີ່ຖືກສ້າງມາຈາກແສງສະຫວ່າງໃຫ້ມີຫນ້າທີ່ແຕກຕ່າງກັນເຊັ່ນ : ເປັນຜູ້ນຳໂອງການຈາກພຣະເຈົ້າມາສູ່ທ່ານສາດສະດາທູດ.

3. ສັດທາເຊື່ອໃນຄຳພີຕ່າງໆທີ່ຊົງປະທານໃຫ້ສາດສະດາທູດຂອງພຣະອົງ ເຊັ່ນ : ຄຳພີໄບເບິລພັນທະສັນຍາເກົ່າແລະໃຫມ່ (ຄຳພີເຕົາຣອດແລະອິນຍິລ) ກ່ອນທີ່ຖືກສັງຄາຍະນາດັດແປງ ໂດຍມີຄຳພີເຫຼັ້ມສຸດທ້າຍຄືຄຳພີອັລກຸຣອານ.

4. ສັດທາໃນບັນດາສາດສະດາທູດທຸກທ່ານເຊັ່ນ : ໂນອາ (ນົວຮ໌), ໂມເຊ (ມູຊາ), ເຍຊູ (ອີຊາ). ໂດຍມີສາດສະດາທູດອົງສຸດທ້າຍຄືນາບີມຸຮຳຫມັດ ພຣະເຈົ້າຍັງປະທານສິ່ງອັດສະຈັນຢ່າງຫລວງຫລາຍເພຶ່ອພິສູດເຖິງສັດຈະທັມຂອງໂອງການຂອງພຣະອົງ.

5. ສັດທາເຊື່ອໃນມື້ສິນໂລກມັນເປັນມື້ທີີ່ມະນຸດທຸກຄົນນັບແຕ່ອະດີດຈະຖືກຟື້ນຄືນຊີບແລະຈະຖືກຕັດສິ້ນຄວາມດີແລະຄວາມຊົ່ວ ຜູ້ສັດທາຈະໄດ້ເຂົ້າສະຫວັນແລະຜູ້ປະຕິເສດຈະໄດ້ເຂົ້ານາຮົກ.

6. ສັດທາເຊື່ອຕໍ່ການກຳຫນົດການຂອງພຣະເຈົ້າ ວ່າພຣະອົງຮອບຮູ້ທຸກເລື່ອງທຸກຢ່າງໃນອະດີດແລະໃນອານາຄົດ ພຣະອົງໄດ້ລີຂິດແລະໄດ້ຊົງປະສົງໃຫ້ເປັນໄປຕາມຄວາມຮອບຮູ້ຂອງພຣະອົງ ແລະ ໄດ້ສ້າງທຸກສັບພະສິ່ງ.

ຢ່າຕັດສິນໃຈຊ້າ !

ໂລກນີ້ບໍ່ແມ່ນໂລກຖາວອນ...

ຄວາມງາມ ແລະ ຄວາມກິເລດຈະຕ້ອງດັບສູນ...

ແລະໃນທ້າຍທີ່ສຸດກໍ່ຈະຮອດມື້ທີ່ມະນຸດທຸກຄົນຕ້ອງຖືກສອບສວນ ຄື ມື້ສິ້ນໂລກ. ອັລລໍຫ໌ ໄດ້ກ່າວວ່າ :﴿وَوُضِعَ الْكِتَابُ فَتَرَى الْمُجْرِمِينَ مُشْفِقِينَ مِمَّا فِيهِ وَيَقُولُونَ يَا وَيْلَتَنَا مَالِ هَذَا الْكِتَابِ لاَ يُغَادِرُ صَغِيرَةً وَلاَ كَبِيرَةً إِلاَّ أَحْصَاهَا وَوَجَدُوا مَا عَمِلُوا حَاضِرًا وَلاَ يَظْلِمُ رَبُّكَ أَحَدًا﴾ "ບັນຊີໄດ້ຖືກເປີດແຜ່ບັນດາຄົນຊົ່ວຕ່າງໆໄດ້ແນມເບິ່ງດ້ວຍຄວາມວິຕົກພ້ອມກ່າວວ່າ : ແມ່ນຫຍັງ ບັນທຶກອີ່ຫຍັງນີ້!? ເກັບທຸກລາຍລຽດທຸກເມັດບໍ່ປ່ອຍທັ້ງບາບນ້ອຍແລະບາບໃຫຍ່ ພວກນັ້ນເຫັນຜົນການກະທຳຂອງຕົນເອງທີ່ຖືກບັນທຶກໄວ້ ພຣະເຈົ້າຈະບໍ່ອະທຳແກ່ຜູ້ໃດເດັດຂາດ"(ສູເຣາະຫ໌ອັລກະຟີ 18:49)

ພຣະເຈົ້າໄດ້ບອກພວກເຮົາວ່າມະນຸດທີ່ບໍ່ຮັບອິສລາມຈະມີບັ້ນປາຍໃນນາຮົກຕະຫລອດການ .

ການລົ້ມລະລາຍນີ້ບໍ່ແມ່ນເລັກນ້ອຍແຕ່ເປັນເລື່ອງທີ່ມະໂຫລານຍິ່ງໃຫຍ່. ອັລລໍຫ໌ໄດ້ຕຣັດວ່າ:﴿وَمَن يَبْتَغِ غَيْرَ الْإِسْلَامِ دِينًا فَلَن يُقْبَلَ مِنْهُ وَهُوَ فِي الْآخِرَةِ مِنَ الْخَاسِرِينَ﴾ "ແລະໃຜທີ່ສະແຫວງຫາສາສະຫນາອື່ນນອກຈາກອິສລາມ ເຂົາຈະບໍ່ຖືກຕອບຮັບ ແລະໃນໂລກຫນ້າເຂົາຈະຢູ່ໃນກຸ່ມຂາດທຶນ"(ສູເຣາະຫ໌ອະລາອິມຣອນ 3:85)

ດັ່ງນັ້ນອິສລາມຈື່ງເປັນສາສະຫນາດຽວທີ່ອັລລໍຫ໌ຮັບຮອງ.

ອັລລໍຫ໌ໄດ້ສ້າງເຮົາແລະເຮົາຕ້ອງກັບໄປຫາພຣະອົງ ໂລກນີ້ເປັນພຽງສະຫນາມທົດສອບເທົ່ານັ້ນ.

ມະນຸດຄວນລະນຶກສະເຫມີວ່າຊີວິດໃນໂລກນີ້ເປັນຊ່ວງເວລາທີ່ສັ້ນປຽບດັ່ງຄວາມຝັນ ບໍ່ມີໃຜຮູ້ວ່າຈະຕາຍມື້ໃດ!?

ແລ້ວເຮົາຈະເອົາຫຍັງໄປຕອບພຣະເຈົ້າເມື່ອພຣະອົງໄດ້ຖາມໃນມື້ສິ້ນໂລກວ່າ: "ເຮັດຫຍັງເຈົ້າບໍ່ເຊື່ອໃນຄຳສອນແຫ່ງສັດຈະທັມ ? ເປັນຫຍັງບໍ່ເຊື່ອນາບີທ່ານສຸດທ້າຍ?"

ເຮົາຈະເອົາຫຍັງໄປຕອບພຣະອົງໃນມື້ສິ້ນໂລກ ທັ້ງທີ່ພຣະອົງກໍ່ເຕືອນໃຫ້ອອກຫ່າງໄກຈາກການປະຕິເສດສາສະຫນາອິສລາມມາຕະຫລອດ ແລ້ວພຣະອົງກໍ່ເຕືອນສະເຫມີວ່າບັ້ນປາຍຂອງຜູ້ປະຕິເສດຄືການລົງໂທດໃນນາຮົກຕະຫລອດການ.

ອັລລໍຫ໌ໄດ້ກ່າວວ່າ :﴿وَالَّذِينَ كَفَرُوا وَكَذَّبُوا بِآيَاتِنَا أُولَئِكَ أَصْحَابُ النَّارِ هُمْ فِيهَا خَالِدُونَ﴾ "ຜູ້ປະຕິເສດແລະບໍ່ເຊື່ອໃນໂອງການຂອງເຮົາ ຄົນເຫຼົ່ານັ້ນຄືຊາວນາຮົກທີ່ຈະຢູ່ໃນນັ້ນຕະຫລອດການ"(ສູເຣາະຫ໌ບະກໍເຣາະຫ໌ 2:39)

ສຳຫລັບຜູ້ຖິ້ມສັດຈະທັມ ແລະ ເຊື່ອຕາມຜູ້ເຖົ່າຜູ້ແກ່ປູ່ຍ່າຕາຍາຍນັ້ນຍ່ອມບໍ່ມີຂໍ້ແກ້ຕົວໃດ.

ອັລລໍຫ໌ໄດ້ກ່າວບອກວ່າເຮົາມີມະນຸດຢ່າງຫລວງຫລາຍທີ່ປະຕິເສດອິສລາມພຽງເພາະເຊື່ອຕາມສະພາບແວດລ້ອມແລະສັງຄົມທີ່ອາໄສຢູ່.

ຫລາຍຄົນປະຕິເສດອິສລາມເພາະບໍ່ຕ້ອງການລະຖິ້ມຄວາມເຊື່ອຂອງບັນພະບຸລຸດຫຼືຄວາມເຊື່ອປະຈຳທ້ອງຖິ່ນທີ່ຕົນເອງເຄີຍເຊື່ອ ຫລາຍຄົນປະຕິເສດເພາະຍ້ອນມີອະຄະຕິບັງຕາ ຫຼື ຍຶດຕິດກັບຄວາມເຊື່ອຜິດໆ ທີ່ສຶບທອດກັນມາ.

ບໍ່ມີຂໍ້ຍົກເວັ້ນໃດໆ ສຳຫລັບຄົນເຫຼົ່ານີ້ ພວກເຂົາຈະຢື່ນຕໍ່ຫນ້າພຣະເຈົ້າໂດຍບໍ່ມີຂໍ້ແກ້ຕົວໃດໆ.

ຄົນທີ່ບໍ່ເຊື່ອໃນພຣະເຈົ້າຈະແກ້ຕົວວ່າທີ່ຂ້ອຍບໍ່ເຊື່ອພຣະເຈົ້າເພາະເກີດມາໃນຄອບຄົວແບບນີ້ກໍ່ບໍ່ໄດ້ເພາະເຂົາກໍ່ຕ້ອງໃຊ້ປັນຍາທີ່ພຣະເຈົ້າມອບໃຫ້ມາແລະພິຈາລະນາເຖິງຄວາມຍິ່ງໃຫຍ່ຂອງຟາກຟ້າແລະແຜ່ນດິນ ໃຊ້ປັນຍາພິສູດ ວິເຄາະເພຶ່ອຮັບຮູ້ເຖິງການມີຢູ່ຂອງຜູ້ສ້າງ.ເຊັ່ນດຽວກັນນັ້ນ, ຫລາຍຄົນທີ່ເຄົາລົບບູຊາຫິນຫຼືຮູບປັ້ນກໍ່ບໍ່ມີຂໍ້ແກ້ຕົວເຊື່ອຖືຕາມປູ່ຍ່າຕາຍາຍ ເພາະທຸກຄົນຈຳເປັນຕ້ອງສະແຫວງຫາສັດຈະທັມ ແລະ ຫມັ່ນຖາມຕົນເອງວ່າ "ຂ້ອຍຈະເຄົາລົບບູຊາສິ່ງບໍ່ມີຊີວິດທີ່ຟັງບໍ່ໄດ້ ແນມເບິ່ງບໍ່ໄດ້ ແລະ ຍັງໃຫ້ຄຸນໃຫ້ໂທດບໍ່ໄດ້ໃດແນວໃດ?"

ເຊັ່ນດຽວກັນ, ຄົນຄຣິດສະຕຽນທີ່ມີຄວາມເຊື່ອຫລາຍຢ່າງທີ່ຂັດກັບທຳມະຊາດ ແລະປັນຍາກໍ່ຈຳເປັນຕ້ອງຫມັ່ນຖາມຕົນເອງວ່າ : "ພຣະເຈົ້າຈະຂ້າລູກຕົນເອງໂດຍທີ່ບໍ່ໄດ້ເຮັດຫຍັງຜິດໂທດຖານບາບຂອງຜູ້ອື່ນໄດ້ແນວໃດ?" ນີ້ເປັນຄວາມຍຸຕິທຳ "ມະນຸດຈະຕຣຶງກາງແຂນ ແລະ ສັ່ງຂ້າລູກຂອງພຣະເຈົ້າໄດ້ແນວໃດ?" ພຣະເຈົ້າບໍ່ສາມາດທີ່ຈະໃຫ້ອະໄພໂທດໃຫ້ມະນຸດຊາດໂດຍບໍ່ຕ້ອງມີການສັ່ງຂ້າລູກຂອງພຣະອົງເລີຍບໍ່? ພຣະເຈົ້າບໍ່ສາມາດປົກປ້ອງລູກຂອງຕົນເອງໄດ້ບໍ່?"

ຜູ້ມີສະຕິປັນຍາຄວນຍຶດຕິດຕາມຫລັກເຫດຜົນ ແລະ ສັດຈະທຳ ບໍ່ເຊື່ອຕາມຜູ້ເຖົ້າຜູ້ແກ່ປູ້ຍ່າຕາຍາຍຢ່າງຜິດໆ.

ອັລລໍຫ໌ ໄດ້ກ່າວວ່າ :﴿وَإِذَا قِيلَ لَهُمْ تَعَالَوْا إِلَى مَا أَنْزَلَ اللَّهُ وَإِلَى الرَّسُولِ قَالُوا حَسْبُنَا مَا وَجَدْنَا عَلَيْهِ آبَاءَنَا أَوَلَوْ كَانَ آبَاؤُهُمْ لَا يَعْلَمُونَ شَيْئًا وَلَا يَهْتَدُونَ﴾ "ຖ້າມີຜູ້ຄົນຮຽກຮ້ອງກັບພວກເຂົາວ່າ: "ຈົ່ງມາສູ່ຄຳສອນທີ່ອັລລໍຫ໌ໄດ້ຊົງປະທານມາ ແລະ ສົ່ງມາສູ່ໃຫ້ສາດສະດາທູດ" ພວກເຂົາກໍ່ຈະຕອບວ່າ: "ພໍແລ້ວກັບຄວາມເຊື່ອທີ່ເຮົາໄດ້ຮັບມາກັບບັນພະບຸລຸດ" ບໍ່ແມ່ນວ່າບັນພະບຸລຸດພວກເຮົາຈະບໍ່ຮູ້ເລື່ອງອີ່ຫຍັງ ແລະ ບໍ່ໄດ້ທາງນຳນັ້ນບໍ່?"(ສູເຣາະຫ໌ອັລມາອິດະຫ໌ 5:104)

ຖ້າຫາກເຮົາຕ້ອງການຮັບສາສະຫນາອິສລາມແຕ່ຢ້ານຄອບຄົວຈະບໍ່ຍອມຮັບ ເຮົາຄວນເຮັດແນວໃດ?

ຖ້າເຮົາຕ້ອງການຮັບອິສລາມແຕ່ຢ້ານສັງຄົມຮອບຂ້າງ ເຮົາສາມາດຮັບສາສະຫນາອິສລາມແລະປົກປິດຄວາມເຊື່ອຂອງຕົນເອງ ຈົນກວ່າອັລລໍຫ໌ ຈະເປີດທາງໃຫ້ຫົວໃຈທີ່ເຂັ້ມແຂງສາມາດຢູ່ໄດ້ດ້ວຍຕົນເອງແລ້ວຈຶ່ງເປີດເຜີຍຄວາມເຊື່ອຂອງຕົນ.

ດັ່ງນັ້ນ, ເຮົາສົມຄວນຮັບອິສລາມໃຫ້ໄວທີ່ສຸດ ແຕ່ບໍ່ຈຳເປັນຕ້ອງບອກຄົນອ້ອມຂ້າງວ່າຕົນຮັບອິສລາມບໍ່ຈຳເປັນຕ້ອງເຜີຍປະກາດການກະທຳດັ່ງກ່າວທີ່ຈະເກີດຜົນຮ້າຍກັບຕົນເອງ.

ແລະຄວນນຶກໄວ້ສະເໝີວ່າຖ້າຫາກເຮົາຮັບອິດສະລາມແລ້ວກໍຈະໄດ້ເປັນພີ່ນ້ອງຮ່ວມກັບມຸສລິມນັບພັນລ້ານທົ່ວໂລກ ຮ່ວມເຖິງສາມາດເດີນທາງໄປມັດສະຢິດຫຼືສູນກາງສຶກສາອິສລາມໃນບ້ານເມືອງຂອງຕົນເອງເພື່ອຂໍຄຳປຶກສາ ຫຼື ຄວາມຊ່ວຍເຫຼືອ.

ອັລລໍຫ໌ໄດ້ກ່າວວ່າ :﴿وَمَنْ يَتَّقِ اللَّهَ يَجْعَلْ لَهُ مَخْرَجًا "ຫາກຜູ້ໃດຢ້ານຫຼືມີຄວາມນ້ອບນອມຢ້ຳເກຣງພຣະອົງຈະໃຫ້ທາງອອກແກ່ເຂົາوَيَرْزُقْهُ مِنْ حَيْثُ لَا يَحْتَسِب﴾ ແລະຈະໃຫ້ແບບບໍ່ສາມາດນັບຈຳນວນນັ້ນໄດ້."(ສູເຣາະຫ໌ອັດຕໍລາກ 65:2-3)

ທ່ານຜູ້ອ່ານທີ່ເຄົາລົບ!

ການສ້າງຄວາມພໍໃຈໃຫ້ກັບຜູ້ສ້າງເຮົາ ໃຫ້ຄວາມສຸກໃຫ້ອາຫານການກິນຕັ້ງແຕ່ເຮົາຍັງເປັນເດັກນ້ອຍຕົວອ່ອນໃນທ້ອງແມ່ແລະໃຫ້ເຮົາມີລົມໃຫ້ໃຈຈົນຮອດເຖິງທຸກມື້ນີ້ ບໍ່ແມ່ນສິ່ງທີ່ສຳຄັນກວ່າການສ້າງຄວາມພໍໃຈກັບມະນຸດອ້ອມຂ້າງບໍ່ ?

ໄຊຊະນະທັງໂລກນີ້ແລະໂລກໜ້າບໍ່ສົມຄວນແກ່ການເສຍສະຫຼະທຸກຄວາມສຸກທີ່ບໍ່ຢັ້ງຢືນໃນໂລກນີ້ນັ້ນຫຼືບໍ່?

ດ້ວຍເຫດນີ້, ເຮົາຈຶ່ງບໍ່ສົມຄວນປ່ອຍໃຫ້ອາດີດເປັນຜົນຕໍ່ເຮົາໃຫ້ເຮົາເຮັດຜິດໆຕໍ່ໄປ.

ເຮົາຄວນສັດທາເຊື່ອຢ່າງແທ້ຈິ່ງນັບຕັ້ງແຕ່ມື້ນີ້ ຢ່າປ່ອຍໃຫ້ມຼານຮ້າຍໄຊຕອນຫັກຫ້າມເຮົາອອກຈາກສັດຈະທຳ.

ອັລລໍຫ໌ໄດ້ກ່າວໄວ້ວ່າ :﴿يَا أَيُّهَا النَّاسُ قَدْ جَاءَكُمْ بُرْهَانٌ مِنْ رَبِّكُمْ وَأَنزلْنَا إِلَيْكُمْ نُورًا مُبِينًا (174) "ມະນຸດທັ້ງຫຼາຍ! ຫຼັກຖານຈາກພຣະເຈົ້າໄດ້ມາຫາພວກທ່ານແລ້ວແລະພຣະອົງຍັງໄດ້ປະທານລັດສະໝີອັນຊັດເຈນແຈ່ມແຈ້ງແກ່ພວກທ່ານ (ຄືອັລກຸຣອານ).فَأَمَّا الَّذِينَ آمَنُوا بِاللَّهِ وَاعْتَصَمُوا بِهِ فَسَيُدْخِلُهُمْ فِي رَحْمَةٍ مِنْهُ وَفَضْلٍ وَيَهْدِيهِمْ إِلَيْهِ صِرَاطًا مُسْتَقِيمًا﴾ ດັ່ງນັ້ນ, ຜູ້ສັດທາຕໍ່ອັລລໍຫ໌ແລະຂໍຄວາມຄຸ້ມຄອງຈາກພຣະອົງ ພະອົງກໍຈະໃຫ້ເຂົາໄດ້ເຂົ້າໄປຢູ່ໃນຄວາມພຣະເມດຕາຂອງພຣະອົງ (ຄືສະຫວັນ) ແລະຄວາມໂປຼດປຼານແລະຈະນຳເຂົາສູ່ເສັ້ນທາງທີ່ທ່ຽງຕຣົງ"(ສູເຣາະຫ໌ອັນນິສາ 4:174-175)

ເຈົ້າພ້ອມທີ່ຈະຕັດສິ້ນໃຈຄັ້ງໃຫຍ່ໃນຊີວິດຫຼືບໍ່ ?

ຫາກທຸກຄຳເວົ້າທີ່ກ່າວມານີ້ເປັນຄວາມຈິ່ງຕາມຫຼັກເຫດຜົນ ແລະ ເຈົ້າຈະຮັບຮູ້ໃນໃຈລຶກໆດີວ່າແມ່ນຫຍັງຄືຄວາມຈິ່ງ ກໍສົມຄວນທີ່ເຈົ້າຈະເລີ່ມກ້າວຫາເພື່ອເປັນມຸສະລິມ.

ຜູ້ທີ່ພ້ອມຈະຕັດສິ້ນໃຈຄັ້ງຍິ່ງໃຫຍ່ໃນຊີວິດບໍ່ສົມໃຫ້ຕຣາບາບໃນອະດີດເປັນສິ່ງຍຶດຫນ້ຽວບໍ່ໃຫ້ຕົນເຂົ້າຮັບອິສລາມ

ອັລລໍຫ໌ໄດ້ບອກວ່າພຣະອົງອະໄພບາບທຸກປະການແກ່ຜູ້ເຂົ້າຮັບອິສລາມ ແລະ ກັບຕົວສຳນຶກຜິດຫາຜູ້ສ້າງ ເຖິງແມ້ຈະແມ່ນເຂົ້າຮັບອິສລາມແລ້ວມະນຸດໂດຍປົກກະຕິການເຮັດບາບແບບຈະຕັ້ງໃຈຫຼືບໍ່ຕັ້ງໃຈເພາະເຮົາເປັນມະນຸດບໍ່ແມ່ນເທວະດາ.ສິ່ງທີ່ເຮົາຈຳເປັນຕ້ອງເຮັດຄືການຂໍອະໄພໂທດຈາກອັລລໍຫ໌ແລະສຳນຶກຜິດເຂົ້າຫາພຣະອົງ ຖ້າອັລລໍຫ໌ໄດ້ເຫັນວ່າເຮົາຮີບຟ້າວຕອບຮັບສັດຈະທຳແລະເຂົ້າຮັບອິສລາມພ້ອມກ່າວປະຕິຍານຕົນໂດຍບໍ່ຊັກຊ້າ ພຣະອົງກໍຈະບໍ່ຖືໂທດບາບທີ່ຜ່ານມາຖືວ່າຜູ້ທີ່ເຂົ້າຫາອັລລໍຫ໌ແລະເຊື່ອໃນສັດຈະທຳຈະໄດ້ຮັບທາງນຳຈາກອັລລໍຫ໌ຫຼາຍຂຶ້ນ ເຮົາຈຶ່ງບໍ່ຄວນລໍຊ້າທີ່ຈະເຂົ້າຮັບອິສລາມນັບແຕ່ບັດນີ້ດຽວນີ້.

ຈາກຫຼັກຖານທີ່ອັລລໍຫ໌ໄດ້ກ່າວວ່າ :﴿قُلْ لِلَّذِينَ كَفَرُوا إِنْ يَنْتَهُوا يُغْفَرْ لَهُمْ مَا قَدْ سَلَفَ﴾ "ຈົ່ງກ່າວແກ່ຜູ້ປະຕິເສດສັດທາເຖິດວ່າຫາກພວກເຂົາຢຸດ ພຣະອົງກໍຈະໄດ້ອະໄພບາບທີ່ຜ່ານມາ"(ສູເຣາະຫ໌ອັນຟານ 8:38)

ຂ້ອຍຕ້ອງການເຮັດຫຍັງແດ່ຫາກຕ້ອງການເຂົ້າຮັບອິສລາມ?

ການເຂົ້າຮັບອິສລາມເປັນເລື່ອງງ່າຍດາຍ ບໍ່ຈຳເປັນຕ້ອງມີພິທີກຳເປັນທາງການ ຫຼື ເຊີນບຸກຄົນໃຫຍ່ໂຕມາ ພຽງແຕ່ຜູ້ຕ້ອງການຮັບອິສລາມກ່າວຄຳປະຕິຍານຕົນຢ່າງຈິ່ງໃຈ ແລະ ເຂົ້າໃຈໃນຄວາມໝາຍນັ້ນ ນັ້ນຄືການກ່າວວ່າ : "ອັຊຮະດຸ ອັລລາ ອີລາຮະ ລິລລາ ອັລລໍຫ໌ ວະອັຊຮະດຸ ອັນນາ ມຸຮຳຫມັດດັນ ເຣາະຊູລອັລລໍຫ໌"ຄວາມໝາຍ "ຂ້ອຍຂໍປະຕິຍານຕົນວ່າບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ແລະ ນາບີມຸຮຳມັດເປັນສາດສະດາທູດຂອງອັລລໍຫ໌"ຖ້າຫາກສາມາດກ່າວເປັນພາສາອາຫຣັບໄດ້ພ້ອມຄຳແປກໍ່ຈະດີທີ່ສຸດ ແຕ່ຫາກບໍ່ສາມາດເວົ້າເປັນພາສາອາຫຣັບໄດ້ເລີຍກໍສາມາດແປເປັນພາສາຂອງຕົນເອງຢ່າງດຽວໄດ້ ຈາກນັ້ນກໍ່ຖືວ່າເຈົ້າໄດ້ເປັນມຸດສະລິມເຕັ້ມຕົວແລ້ວ ແລະຕ້ອງການເຂົ້າຮັບການສຶກສາຄຳສອນຕ່າງໆຂອງສາສະໜາທີ່ຈະເປັນສິ່ງທີ່ນຳພາເຈົ້າສູ່ຄວາມສຸກໂລກນີ້ແລະການພົ້ນໃນໂລກໜ້າ.





ໃຜແມ່ນຜູ້ສ້າງຈັກວານນີ້? ແລ້ວໃຜແມ່ນຜູ້ສ້າງຕົວຂ້ອຍ? ແລ້ວເປັນຫຍັງຈຶ່ງສ້າງ?

ພຣະເຈົ້າຜູ້ສ້າງຜູ້ຍິ່ງໃຫຍ່

ພຣະອົງຜູ້ສ້າງຜູ້ປະສົງປະທານປັດໄຈນີ້ຄື ອັລລໍຫ໌ ຜູ້ຊົງສູງສົງ

ຄຸນລັກສະນະຂອງພຣະເຈົ້າຜູ້ສ້າງອັລລໍຫ໌

ພຣະເຈົ້າຊົງສົມບູນແບບທີ່ສຸດ

ເປັນຫຍັງ ອັລລໍຫ໌ ຈຶ່ງສ້າງຈັກກະວານໃບນີ້ຂື້ນມາ ? ພຣະອົງຕ້ອງການສິ່ງໃດຈາກພວກເຮົາ ?

ເປັນຫຍັງສາດສະດາທູດຈື່ງມີຫລາຍຄົນ ?

ເຮົາບໍ່ສາມາດເປັນຜູ້ສັດທາຢ່າງແທ້ຈິງໄດ້ຈົນກວ່າຈະເຊື່ອຄຳສອນຂອງສາດສະດາທູດ

ຄຳພີອັລກຸຣອານແມ່ນຫຍັງ ?

ສາສະໜາອິສລາມແມ່ນຫຍັງ ?

ອິສລາມຄືເສັ້ນທາງສູ່ຄວາມສຸກ

ຂ້ອຍຈະໄດ້ຮັບຫຍັງຈາກການເຂົ້າຮັບອິສລາມ ?.

ຂ້ອຍຈະເສຍຫຍັງໄປຫາກປະຕິເສດອິສລາມ ?

ຜູ້ໃດທີ່ຕ້ອງການຫຼຸດພົ້ນຈາກໂລກໜ້າກໍ່ຄວນເຂົ້າຮັບອິສລາມ ແລະປະຕິບັດຕາມທ່ານສາດສະດາທູດມຸຮຳຫມັດ.

ຂ້ອຍຕ້ອງປະຕິບັດແບບໃດຫາກຕ້ອງການເຂົ້າຮັບອິສລາມ?

ຢ່າຕັດສິນໃຈຊ້າ !

ສຳຫລັບຜູ້ຖິ້ມສັດຈະທັມ ແລະ ເຊື່ອຕາມຜູ້ເຖົ່າຜູ້ແກ່ປູ່ຍ່າຕາຍາຍນັ້ນຍ່ອມບໍ່ມີຂໍ້ແກ້ຕົວໃດ.

ຖ້າຫາກເຮົາຕ້ອງການຮັບສາສະຫນາອິສລາມແຕ່ຢ້ານຄອບຄົວຈະບໍ່ຍອມຮັບ ເຮົາຄວນເຮັດແນວໃດ?

ທ່ານຜູ້ອ່ານທີ່ເຄົາລົບ!

ເຈົ້າພ້ອມທີ່ຈະຕັດສິ້ນໃຈຄັ້ງໃຫຍ່ໃນຊີວິດຫຼືບໍ່ ?

ຂ້ອຍຕ້ອງການເຮັດຫຍັງແດ່ຫາກຕ້ອງການເຂົ້າຮັບອິສລາມ?


معلومات المادة باللغة الأصلية