×

ອິສລາມ ສະສາໜາຂອງພຣະຜູ້ເປັນເຈົ້າແຫ່ງສາກົນລະໂລກ (ພາສາລາວ)

Preparation:

ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປານີ ຜູ້ຊົງເມດຕາສະເໝີ

ອິສລາມ ສະສາໜາຂອງພຣະຜູ້ເປັນເຈົ້າແຫ່ງສາກົນລະໂລກ

ໃຜຄືພຣະຜູ້ເປັນເຈົ້າ?

ນີ້ຄືຄຳຖາມເຊີງປັດສະຍາທີ່ສຳຄັນທີ່ສຸດເປັນຄຳຖາມທີ່ມະນຸດທຸກຄົນຄວນຮູ້ຄຳຕອບ.

ພຣະເຈົ້າຄືຜູ້ສ້າງຈັກກະວານຊັ້ນຟ້າແລະແຜ່ນດິນໂລກ ເປັນຜູ້ໃຫ້ກຳເນີດພືດພັນຕົ້ນໄມ້ເປັນອາຫານໃຫ້ແກ່ມະນຸດແລະສັດ.ພຣະເຈົ້າຄືຜູ້ສ້າງມະນຸດທັ້ງຕົວເຮົາແລະບັນພະບູລຸດພຣະອົງໄດ້ສ້າງທຸກຊັບພະສິ່ງເປັນຜູ້ສ້າງເວັນແລະການຄືນໄດ້ກຳນົດໃຫ້ການຄືນເປັນເວລານອນແລະພັກຜ່ອນແລະໃຫ້ກາງເວັນເປັນເວລາເຮັດວຽກ ແລະ ໃຊ້ຊີວິດພຣະເຈົ້າຄືຜູ້ສ້າງດວງອາທິດ,ດວງເດືອນ,ດວງດາວ,ທອງທະເລແລະສັດສາວາສິງເພື່ອໃຫ້ເປັນປະໂຫຍດໃຫ້ເຮົາໄດ້ດື່ມນ້ຳນົມແລະໄດ້ໃຊ້ຂົ່ນສັດເປັນເຄື່ອງນຸ່ງຫົ່ມ

ຄຸນລັກສະນະຂອງພຣະເຈົ້າເປັນແບບໃດ?

ພຣະເຈົ້າຄືຜູ້ສ້າງເປັນຜູ້ນຳທາງສູ່ທຳມະແລະຄວາມຈິ່ງເປັນຜູ້ບໍລິຫານເບິ່ງແຍງທຸກສັບພະສິ່ງ ເປັນຜູ້ໃຫ້ ເປັນເຈົ້າຂອງຄວາມເປັນ ແລະຄວາມຕາຍ ໂລກນີ້ ແລະໂລກໜ້າ ທຸກໆສິ່ງຢູ່ໃຕ້ອຳນາດຂອງພຣະອົງ.ພຣະເຈົ້າຊົງມີຊີວິດນິລັນ ບໍ່ຕາຍ ແລະ ບໍ່ຫລັບນອນເປັນຜູ້ບໍລິຫານເບິ່ງແຍງທຸກສິ່ງ ເປັນຜູ້ມີຄວາມເມດຕາທີ່ຍິ່ງໃຫຍ່ບໍ່ມີສິ່ງໃດໃນຈັກກະວານນີ້ທີ່ພຣະອົງຈະບໍ່ສາມາດຮັບຮູ້ໄດ້.ບໍ່ມີສິ່ງໃດສະເໝີຄືດັ່ງພຣະເຈົ້າ ພຣະອົງໄດ້ຍິນທຸກສິ່ງ ແລະເຫັນທຸກຢ່າງ ບັນລັງຂອງພຣະອົງຢູ່ເໜືອຊັ້ນຟ້າທັງໝົດ ພຣະເຈົ້າບໍ່ຕ້ອງການພຶ່ງພາສີີ່ງໃດ ບໍ່ມີສິ່ງສະຖິດສິ່ງໃດແລະບໍ່ມີສິ່ງໃດສັກສິດເທົ່າພຣະອົງ.ພຣະເຈົ້າສ້າງໂລກນີ້ໃຫ້ມີລະບົບທຳມະຊາດທີ່ສົມດຸນຢ່າງລະບຽບຮຽບຮ້ອຍນັບຕັ້ງແຕ່ລະບົບຮ່າງກາຍມະນຸດ ແລະສິ່ງທີ່ມີຊີວິດຕ່າງໆໄປຈົນຮອດລະບົບສຸລິຍະຈັກກະວານແລະໝວດໝູ່ດາວຕ່າງໆ.

ສິ່ງສັກສິດອື່ນນອກຈາກພຣະເຈົ້າບໍ່ສາມາດໃຫ້ຄຸນ ໃຫ້ໂທດໄດ້ ບໍ່ວ່າໃຜຈະກາບໄຫວ້ສິ່ງສັກສິດມັນກໍບໍ່ສາມາດໃຫ້ເຈົ້າກັບເຂົາຫຼືປົກປ້ອງປັດເປົ່າໄພອັນຕະລາຍໃດໆໄດ້.

ໜ້າທີ່ຂອງເຮົາທີ່ຕ້ອງປະຕິບັດຕໍ່ພຣະເຈົ້າມີຫຍັງແດ່?

ໜ້າທີ່ຂອງມະນຸດທຸກຄົນຄືຕ້ອງເຄົາລົບບູຊາພຣະເຈົ້າຜູ້ດຽວເທົ່ານັ້ນບໍ່ນັບຖື(ເຊື່ອ)ສິ່ງສັກສິດອື່ນທຽບຄຽງບໍ່ວ່າຈະເປັນມະນຸດ,ຮູບປັ້ນ,ຫິນປູນ,ວັດຖຸ,ແມ່ນ້ຳ,ທຳມະຊາດ,ດວງດາວ,ແລະຕ້ອງປະຕິບັດເຮັດຄວາມດີເພື່ອພຣະເຈົ້າ.

ສິດທິຂອງພຣະເຈົ້າທີ່ຕ້ອງປະຕິບັດຕໍ່ມະນຸດແມ່ນຫຍັງ?

ເມື່ອມະນຸດເຄົາລົບບູຊາພຣະເຈົ້າອົງດຽວແລ້ວ ພຣະເຈົ້າຈະໃຫ້ຊີວິດທີ່ມີຄວາມສຸກສະຫງົບແລະປອດໄພໃຫ້ເຮົາໃນໂລກນີ້ ແລ້ວຈະໃຫ້ເຮົາໄດ້ເຂົ້າສະຫວັນທີ່ມີຄວາມສຸກຕະຫຼອດການໃນໂລກໜ້າ ແຕ່ຖ້າຫາກມະນຸດຝ່າຝື້ນແລະບໍ່ຍອມຮັບພຣະເຈົ້າພຣະອົງຈະເຮັດໃຫ້ຊີວິດເປັນທຸກເຖິງພາຍນອກຈະມີຄວາມສຸກກໍຕາມ ແລະໃນໂລກໜ້າກໍຈະໃຫ້ລົງນາຮົກທີ່ບໍ່ມີທາງອອກເດັດຂາດເປັນການລົງໂທດຕະຫຼອດການ.

ແມ່ນຫຍັງຄື່ເປົ່າຫມາຍໃນການມີຊີວິດຂອງພວກເຮົາ ? ແລະເປັນຫຍັງເຮົາຈິງຖືກສ້າງຂື້ນມາ?

ຕອບ : ພຣະເຈົ້າສ້າງເຮົາມາໂດຍມີວັດຖຸປະສົງທີ່ຍິ່ງໃຫຍ່ ຄືການເຄົາລົບບູຊາພຣະເຈົ້າພຽງອົງດຽວ ແລະ ບໍ່ນັບຖືເຊື່ອສິ່ງສັກສິດອື່ນທຽບຄຽງ ແລະ ຍັງສັ່ງສອນໃຫ້ເຮົາພັດທະນາບ້ານເມືອງແລະຊີວິດຄວາມເປັນຢູ່ໃຫ້ດີ ຜູ້ທີ່ນັບຖືສິ່ງສັກສິດອື່ນຈະບໍ່ຮູ້ຈັກເປົ້າໝາຍຂອງການມີຊີວິດແລະຈະບໍ່ສາມາດປະຕິບັດໜ້າທີ່ໄດ້ຢ່າງສົມບູນແບບ ບ້າງຄົນກໍເປັນອັນຕະລາຍຕໍ່ຜູ້ອື່ນເພາະບໍ່ຮູ້ໜ້າທີ່ຂອງຕົນເອງ .

ເຮົາຈະເຄົາລົບບູຊາພຣະເຈົ້າແນວໃດ?

ຕອບ : ແທ້ຈິງພຣະຜູ້ເປັນເຈົ້າ ພຣະອົງບໍ່ໄດ້ສ້າງພວກເຮົາ ແລະ ປະຖິ້ມລະເລີຍຕໍ່ພວກເຮົາ, ແລະ ພຣະອົງບໍ່ໄດ້ເຮັດໃຫ້ມະນຸດໃຊ້ຊີວິດໂດຍບໍ່ມີເປົ້າໝາຍ, ແຕ່ພຣະເຈົ້າໄດ້ແຕ່ງຕັ້ງມະນຸດທີ່ປະເສີດຫຼາຍທີ່ສຸດເປັນສາດສະດາເປັນມະນຸດທີ່ມີຈາລິຍະທຳດີເລີດທີ່ສຸດແລະມີຈິດໃຈອັນປະເສີດບໍລິສຸດ ມີຫົວໃຈທີ່ເຂັ້ມແຂງ ພຣະເຈົ້າໄດ້ແຕ່ງຕັ້ງຄົນເຫຼົ່ານີ້ໃຫ້ເປັນສາດສະດາເພື່ອສອນໃຫ້ມະນຸດຮູ້ຈັກພຣະເຈົ້າ ແລະ ສອນມະນຸດໃຫ້ຮູ້ວ່າຈະຕ້ອງຖືກຟື້ນຄືນຊີບອີກຮອບໃຫມ່ໃນມື້ສິ້ນໂລກເພື່ອຮັບຜົນການສອບສວນຕອບແທນຄວາມດີແລະຄວາມຊົ່ວ.ບັນດາສາດສະດາໄດ້ສອນຊົນຊາດຂອງຕົນເອງໃຫ້ຮູ້ຈັກວິທີ່ເຄົາລົບບູຊາພຣະເຈົ້າ,ສອນວິທີ່ປະຕິບັດ,ໄລຍະເວລາປະຕິບັດ, ແລະຜົນລະບຸນທີ່ຈະໄດ້ຮັບທັ້ງໃນໂລກນີ້ ແລະໂລກໜ້າ ແລະຍັງເຕືອນເຖິງຂໍ້ຫ້າມຕ່າງ ໆ ບໍ່ວ່າຈະເປັນເລື່ອງອາຫານການກິນ ຫຼື ເລື່ອງຊີວິດຄອບຄົວ ພວກທ່ານສອນໃຫ້ເຮົາຮູ້ຈັກມາລະຍາດ ແລະ ຈະລິຍະທຳອັນດີງາມ ແລະ ຫ້າມປາມເຮົາຈາກພຶດຕິກຳທີ່ບໍ່ດີ.

ສາດສະໜາຫຍັງທີ່ພຣະເຈົ້າຮັບຮອງ ?

ຕອບ : ສາສະໜາທີ່ພຣະເຈົ້າຮັບຮອງຄືສາສະໜາອິສລາມ ເປັນສາສະໜາທີ່ສາດສະດາທູດທຸກທ່ານເຄີຍເຜີຍແຜ່ແລະສັ່ງສອນ ໃນມື້ສິ້ນໂລກພຣະເຈົ້າຈະບໍ່ຮັບຮອງສາສະໜາໃດອີກ ນອກຈາກສາສະໜາອິສລາມເທົ່ານັ້ນ ສາສະໜາອື່ນທີ່ມະນຸດຕ່າງນັບຖືລ້ວນເປັນສິ່ງທີ່ມະນຸດປະດິດແຕ່ງຂຶ້ນມາ ບໍ່ໄດ້ໃຫ້ຄຸນແກ່ມະນຸດແຕ່ກັບໃຫ້ໂທດທັ້ງໂລກນີ້ແລະໂລກໜ້າ.

ຫຼັກການຕ່າງ ໆ ຂອງສາສະໜາອິສລາມມີຫຍັງແດ່?

ພຣະເຈົ້າໄດ້ໃຫ້ສາສະໜາອິສລາມມີຫຼັກການທີ່ງ່າຍດາຍ ຫຼັກການທີ່ສຳຄັນທີ່ສຸດຄື ການສັດທາເຊື່ອວ່າອັລລໍຫ໌ເປັນພຣະເຈົ້າ, ສັດທາຕໍ່ເທວະດາມາລາອີກະ, ສັດທາເຊື່ອຕໍ່ບັນດາສາດສະດາທຸກທ່ານ, ສັດທາເຊື່ອຕໍ່ມື້ສິ້ນໂລກ, ແລະການກຳນົດເລື່ອງດີແລະເລື່ອງບໍ່ດີ ຈາກນັ້ນກໍປະຕິຍານຕົນວ່າ "ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ແລະ ນາບີມຸຮຳຫມັດເປັນສາດສະດາ ທູດຂອງອັລລໍຫ໌" ລະຫມາດ 5 ເວລາທຸກມື້,ຈ່າຍພາສີສາສະໜາ(ຊະກຼາດ),ຖືສິນອົດເດືອນຣໍມາດອນຄືເດືອນທີ່ 9 ຂອງທຸກປີ,ແລະປະກອບພິທີຮັດຮ໌ທີ່ເມືອງມັກກະບໍລິເວນທີ່ທ່ານນາບີອິບຣໍຮີມໄດ້ສ້າງໄວ້ຕັ້ງແຕ່ອະດີດຕະການຫາກມີຄວາມສາມາດ.ແລະຕ້ອງຫຼີ້ກລ້ຽງຈາກສິ່ງທີ່ພຣະເຈົ້າສັ່ງຫ້າມເຊັ່ນ: ການບູຊາສິ່ງສັກສິດອື່ນ, ການຂ້າຜູ້ອື່ນໂດຍເຈດຕະນາ, ການຜິດປະເວນີ, ການກິນຊັບສິ້ນຕ້ອງຫ້າມເຊັ່ນ:ດອກເບ້ຍ ຖ້າເຮົາສັດທາຕໍ່ພຣະເຈົ້າ ແລະ ປະຕິບັດເຮັດຄວາມດີພ້ອມຫຼີກລ້ຽງຈາກຂໍ້ຫ້າມເທົ່ານີ້ ເຮົາກໍຈະກາຍເປັນມຸດສະລິມໃນໂລກນີ້ແລະໂລກໜ້າ ພຣະເຈົ້າກໍຈະມອບຄວາມສຸກຕະຫຼອດການໃນສວນສະຫວັນໃຫ້ແກ່ເຮົາ.

ສາສະໜາອິສລາມເປັນສາສະໜາສະເພາະຊົນຊາດໃດໜຶ່ງຫຼືບໍ່ ?

ຕອບ : ອິສລາມເປັນສາສະໜາຂອງມະນຸດທຸກຊົນຊາດ ບໍ່ມີຊົນຊາດໃດເຫນືອກວ່າຊົນຊາດໃດ ຍົກເວັ້ນຄວາມຍຳເກງຕໍ່ພຣະເຈົ້າແລະການເຮັດຄວາມດີເທົ່ານັ້ນ ນອກເໜືອຈາກນີ້ມະນຸດເທົ່າທຽມກັນ.

ເຮົາຈະຮູ້ໄດ້ແນວໃດວ່າສາດສະດາທູດແຕ່ລະທ່ານເວົ້າຄວາມຈິງ?

ເຮົາສາມາດພິສູດຄວາມຊື່ສັດຂອງສາດສະດາໄດ້ຫຼາຍວິທີຄື :

1. ຜ່ານຄຳສອນທີ່ສອດຄ້ອງກັບປັນຍາແລະທຳມະຊາດຂອງມະນຸດເປັນຄຳສອນທີ່ຖືກຕ້ອງຕາມຫຼັກຈິດປັນຍາ ບໍ່ມີໃຜຄື.

2. ຜ່ານຄຳສອນທີ່ມອບສິ່ງດີໆໃຫ້ກັບມະນຸດທັ້ງໂລກນີ້ແລະໂລກໜ້າ ຄຳສອນທີ່ມະນຸດຮູ້ຈັກພັດທະນາບ້ານເມືອງແລະຄຸ້ມຄອງສາດສະໜາ, ປັນຍາ, ຊັບສິນ, ເລືອດເນື້ອ, ແລະກຽດຕິຍົດ.

3. ຜ່ານຄວາມເສຍສະຫຼະຂອງບັນດາສາດສະດາທີ່ບໍ່ເຄີຍຮຽກຮ້ອງເກັບຄ່າສອນແຕ່ຢ່າງໃດ ເພາະພວກທ່ານຫວັງພຽງຜົນຕອບແທນຈາກພຣະເຈົ້າເທົ່ານັ້ນ.

4. ສິ່ງທີ່ບັນດາສາສະນະທູດໄດ້ນຳມານັ້ນເປັນຄວາມຈິງ ແລະ ເຊື່ອມັ້ນຢ່າງທຽງແທ້, ບໍ່ມີຄວາມສົງໄສ, ບໍ່ມີຄວາມຂັດແຍ່ງ ຫລື ຄວາມສັບສົນ, ແລະ ສາດສະດາທຸກທ່ານກໍ່ເຊື່ອວ່າມີສາດສະດາກ່ອນໜ້ານີ້ ແລະ ຮຽກຮ້ອງຄືກັນກັບສິ່ງທີ່ພວກເຂົາຮຽກຮ້ອງ.

5. ຜ່ານການກະທຳອັນອັດສະຈັນ (ມົວະຢີຊະ) ທີ່ພຣະເຈົ້າມອບໃຫ້ແກ່ສາດສະດາທູດເຫຼົ່ານັ້ນເພື່ອພິສູດເຖິງຄວາມຈິ່ງທີ່ພວກທ່ານນຳມາສອນ ຄວາມອັດສະຈັນທີ່ຍິ່ງໃຫຍ່ທີ່ສຸດກໍ່ຄືຄຳພີອັລກຸຣອານທີ່ພຣະເຈົ້າປະທານໃຫ້ແກ່ນາບີມຸຮຳຫມັດສາດສະດາທູດທ່ານສຸດທ້າຍ.

ຄຳພີອັລກຸຣອານແມ່ນຫຍັງ ?

ຕອບ : ຄຳພີອັລກຸຣອານ ຄື ຄຳເວົ້າຂອງພຣະເຈົ້າທີ່ເທວະດາຍິບຣີລນຳລົງມາໃຫ້ທ່ານນາບີມຸຮຳມັດສາດສະດາທູດທ່ານສຸດທ້າຍ ໃນຄຳພີອັລກຸຣອານມີຄຳສອນຕ່າງໆ ຈາກພຣະເຈົ້າໂດຍສະເພາະເລື່ອງຫຼັກການສັດທາຄວາມເຊື່ອ.ອັລກຸຣອານມີຄຳສອນເລື່ອງການປະຕິບັດເຮັດຄວາມດີທີ່ມຸດສະລິມທຸກຄົນຕ້ອງປະຕິບັດລວມເຖິງຂໍ້ຫ້າມທີ່ຕ້ອງຫຼີກລ້ຽງບໍ່ໃຫ້ປະຕິບັດ ພ້ອມຍັງກ່າວເຖິງຈະລິຍະທຳທີ່ດີແລະພຶດຕິກຳທີ່ບໍ່ດີຮ່ວມເຖິງທຸກເລື່ອງໃນຊີວິດປະຈຳວັນຂອງມະນຸດໃນໂລກນີ້ແລະໂລກໜ້າ ຄຳພີອັລກຸຣອານເປັນສິງອັດສະຈັນເພາະມີໂອວາດຄຳສັບ ແລະ ຄວາມໝາຍທີ່ເລິກຊື້ງ ແລະ ຍັງໄດ້ທ້າທາຍມະນຸດທັ້ງໂລກໃຫ້ຜະລິດຄຳພີຂຶ້ນມາໃຫ້ຄືໃນລະດັບດຽວກັນ ເປັນຄຳພີທີ່ພຣະເຈົ້າຮັບປະກັນຄຸ້ມຄອງບໍ່ໃຫ້ມີການປ່ຽນແປງຫຼືແກ້ສັງຂະຍານາດັດແປງຕະຫຼອດໄປຈົນຮອດມື້ສິ້ນໂລກ ໃຫ້ຄົງຢູ່ໃນພາສາອາຫຣັບດັ້ງເດີມ ຫ້າມມີການປ່ຽນຄຳຫຼືຮ່ວມເຖິງຕົວອັກສອນຈັກຕົວ.

ຫຼັກຖານຟື້ນຄືນຊີບ ແລະ ການສອບສວນໃນມື້ສິ້ນໂລກແມ່ນຫຍັງ.

ເຈົ້າເຄີຍລອງແນມເບິ່ງໄປທີ່ພື້ນດິນທີ່ແຫ້ງແລ້ງ (ຕາຍ) ບໍ່? ຈາກນັ້ນກໍໄດ້ຮັບນ້ຳຝົນ ຫຼືຟື້ນຟູ ຊີວິດມີພືດສີຂຽວງອກເງີຍເປັນພືດພັນຕ່າງໆຢ່າງຫຼວງຫຼາຍ ພຣະເຈົ້າທີ່ມີຄວາມສາມາດເຮັດໄດ້ແບບນີ້ໄດ້ກໍ່ຕ້ອງມີຄວາມສາມາດຟື້ນຊີບຄົນຕາຍໄດ້ເຊັ່ນກັນ.ຜູ້ສ້າງມະນຸດຈາກຫຍົດນ້ຳອະສຸຈິກໍມີຄວາມສາມາດທີ່ຈະຟື້ນຄືນຊີບມະນຸດໃນມື້ສິ້ນໂລກເພື່ອໄປສອບສວນແລະໄດ້ຮັບການຕອບແທນ ຫາກເປັນຄົນດີກໍໄດ້ດີຫາກເປັນຄົນຊົ່ວກໍໄດ້ຊົ່ວ.ຜູ້ທີ່ສາມາດສ້າງຊັ້ນຟ້າຈັກກະວານແລະໂລກ ຮ່ວມເຖິງດວງດາວຕ່າງໆໄດ້ກໍ່ສາມາດທີ່ຈະສ້າງສິ່ງເລັກນ້ອຍຄືມະນຸດໄດ້ເຊັ່ນກັນ ການຟື້ນຄືນຊີບໃຫ້ມະນຸດກັບຄືນມາອີກເທື່ອໃຫມ່ຍັງງ່າຍກວ່າການສ້າງທັ້ງຈັກກະວານອີກ.

ຈະມີຫຍັງເກິດຂຶ້ນໃນມື້ສິ້ນໂລກ?

ຕອບ : ພຣະເຈົ້າຈະຟື້ນຄືນຊີບສິ່ງມີຊີວິດທັ້ງໝົດຈາກລຸມຝັງສົບ(ສຸສານ) ແລະ ຈະມີການສອບສວນຕັດສິນຜົນກຳທັງໝົດ ຜູ້ສັດທາ ແລະ ເຊື່ອຄຳສອນຂອງສາດສະດາທັ່ງຫຼາຍ ຈະໄດ້ເຂົ້າສະຫວັນເຊິ່ງເປັນສະຖານທີ່ທີ່ມີແຕ່ຄວາມສຸກທີ່ມະນຸດບໍ່ສາມາດຮູ້ມາກ່ອນໄດ້, ສ່ວນຜູ້ທີ່ປະຕິເສດຄຳສອນກໍຈະລົງນາຮົກຕະຫຼອດການເຊິ່ງມີແຕ່ການລົງໂທດທີ່ມະນຸດບໍ່ສາມາດຮັບຮູ້ໄດ້ມາກ່ອນເຊັ່ນກັນ ເມື່ອມະນຸດເຂົ້າສະຫວັນ ຫຼື ລົງນະຮົກໝົດແລ້ວກໍຈະບໍ່ມີຄວາມຕາຍອີກ ໄດ້ເຂົ້າສະຫວັນກໍ່ຢູ່ໃນນັ້ນຕະຫຼອດການ ຫຼືບໍ່ກໍຖືກລົງໂທດໃນນາລົກຕະຫຼອດການ.

ຫາກຕ້ອງການເຂົ້າຮັບອິສລາມຕ້ອງເຮັດແນວໃດແດ່? ມີພິທີກຳທີ່ຕ້ອງປະຕິບັດແບບໃດບໍ່? ຕ້ອງຂໍອະນຸຍາດບຸກຄົນສຳຄັນຜູ້ໃດກ່ອນບໍ່?

ຫາກເມື່ອເຮົາຍອມຮັບແລ້ວວ່າສາສະໜາອິສລາມນັ້ນຄືສາສະໜາແຫ່ງຄວາມຈິ່ງ ເປັນສາສະໜາຂອງພຣະເຈົ້າທີ່ແທ້ຈິງ ເຮົາຈຳເປັນຕ້ອງຮັບສາສະໜາອິສລາມໂດຍໄວທັນທີ ສຳຫລັບຜູ້ມີປັນຍາແລ້ວເມື່ອຮູ້ແຈ້ງຂໍ້ແທ້ຈິ່ງໄດ້ກໍຈະບໍ່ລີລາ ແລະ ຮີບປະຕິບັດຕາມຄວາມຮູ້ຂອງຕົນ.ສຳຫລັບຜູ້ທີ່ເຂົ້າຮັບອິສລາມບໍ່ຈຳເປັນຕ້ອງມີພິທີກຳໃຫຍ່ໂຕໃດໆ ບໍ່ຈຳເປັນຕ້ອງມີບຸກຄົນສຳຄັນມາຮັບຮອງ ແຕ່ຫາກມີພະຍານທີ່ເປັນມຸດສະລິມຫຼືຮັບອິສລາມໃນສູນສຶກສາອິສລາມກໍຈະເປັນການດີທີ່ສຸດ ມີແຕ່ພຽງການກ່າວ "ຂ້ອຍຂໍປະຕິນຍານຕົນວ່າບໍ່ມີພຣະເຈົ້າອົງໃດນອກຈາກອັລລໍຫ໌ ແລະຂ້ອຍຂໍປະຕິຍານຕົນວ່າທ່ານນາບີມຸຮຳມັດເປັນສາສະດາທູດຂອງອັລລໍຫ໌ ກໍເປັນທີ່ພຽງພໍແລ້ວຫາກຮັບຮູ້ຄວາມໝາຍແລະເຊື່ອສັດທາຢ່າງແທ້ຈິງ ເມື່ອກ່າວຄຳນີ້ແລ້ວກໍຈະກາຍເປັນມຸດສະລິມໃນທັນທີແລະຈຳເປັນຕ້ອງຮຽນຮູ້ຫຼັກການສາສະໜາສາມຂັ້ນຕອນເພື່ອປະຕິບັດຕົນຕາມໜ້າທີ່ທີ່ພຣະເຈົ້າກຳນົດໄວ້.

ອິສລາມ ສະສາໜາຂອງພຣະຜູ້ເປັນເຈົ້າແຫ່ງສາກົນລະໂລກ

ໃຜຄືພຣະຜູ້ເປັນເຈົ້າ?

ຄຸນລັກສະນະຂອງພຣະເຈົ້າເປັນແບບໃດ?

ໜ້າທີ່ຂອງເຮົາທີ່ຕ້ອງປະຕິບັດຕໍ່ພຣະເຈົ້າມີຫຍັງແດ່?

ສິດທິຂອງພຣະເຈົ້າທີ່ຕ້ອງປະຕິບັດຕໍ່ມະນຸດແມ່ນຫຍັງ?

ແມ່ນຫຍັງຄື່ເປົ່າຫມາຍໃນການມີຊີວິດຂອງພວກເຮົາ ? ແລະເປັນຫຍັງເຮົາຈິງຖືກສ້າງຂື້ນມາ?

ເຮົາຈະເຄົາລົບບູຊາພຣະເຈົ້າແນວໃດ?

ສາດສະໜາຫຍັງທີ່ພຣະເຈົ້າຮັບຮອງ ?

ຫຼັກການຕ່າງ ໆ ຂອງສາສະໜາອິສລາມມີຫຍັງແດ່?

ສາສະໜາອິສລາມເປັນສາສະໜາສະເພາະຊົນຊາດໃດໜຶ່ງຫຼືບໍ່ ?

ເຮົາຈະຮູ້ໄດ້ແນວໃດວ່າສາດສະດາທູດແຕ່ລະທ່ານເວົ້າຄວາມຈິງ?

ຄຳພີອັລກຸຣອານແມ່ນຫຍັງ ?

ຫຼັກຖານຟື້ນຄືນຊີບ ແລະ ການສອບສວນໃນມື້ສິ້ນໂລກແມ່ນຫຍັງ.

ຈະມີຫຍັງເກິດຂຶ້ນໃນມື້ສິ້ນໂລກ?

ຫາກຕ້ອງການເຂົ້າຮັບອິສລາມຕ້ອງເຮັດແນວໃດແດ່? ມີພິທີກຳທີ່ຕ້ອງປະຕິບັດແບບໃດບໍ່? ຕ້ອງຂໍອະນຸຍາດບຸກຄົນສຳຄັນຜູ້ໃດກ່ອນບໍ່?


معلومات المادة باللغة العربية